李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ຍິນ​ດີ​ຮ່ວມ​ກັບ​ຈີນ​ປົກ​ປ້ອງ​ການ​ຄ້າ​ເສ​ລີ​ແລະ​ກົນ​ໄກຫຼາຍ​ຝ່າຍ

2018-07-30 16:37:22 cri

    ຫວ່າງມໍ່ໆ​ມານີ້, ທ່ານ​ ບາ​ບາ​ຣາ ຈາ​ເນັດ ວູດ​ເວີດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນຫຼາຍ​ສຳ​ນັກ​ຮ່ວມ​ກັນ​ຂອງ​ຈີນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ, ໃນ​ຖາ​ນະ​ເປັນ​ຜູ້​ປົກ​ປ້ອງ​ກົນ​ໄກຫຼາຍ​ຝ່າຍ​ຢ່າງ​ເດັດ​ດ່ຽວ, ອັງ​ກິດ​ຍິນ​ດີ​ຮ່ວມ​ກັບ​ຈີນ​ໃນ​ການ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ ແລະ​ຊຸກ​ຍູ້​ການ​ຄ້າ​ເສ​ລີ.

    ທ່ານ ​ວູດ​ເວີດ ກ່າວ​ວ່າ: ໃນ​ກໍ​ລະ​ນີ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ທົ່ວ​ໂລກ​ຮຸນ​ແຮງ​ຂຶ້ນ, ອັງ​ກິດຍິນ​ດີຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ, ເພື່ອ​ຮັບ​ປະ​ກັນ​ໃຫ້​ອົງ​ການ​ການ​ຄ້າ​ໂລກ​ເສີມ​ຂະ​ຫຍາຍ​ບົດ​ບາດໃຫ້​ບັງ​ເກີດ​ຜົນ​ໃນ​ກົນ​ໄກ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ. ໃນ​ໄລ​ຍະ​ປັດ​ຈຸ​ບັນ, ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ອັງ​ກິດ​ມີ​ຄວາມ​ຍິນ​ດີ​​ຢາກ​ເຫັນ​ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ດຳ​ເນີນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ອົງ​ການ​ການ​ຄ້າ​ໂລກ ແລະ​ປັບ​ປຸງ​ອົງ​ການ​ດັ່ງ​ກ່າວ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​​ຕາມ​ຍຸກ​ສະ​ໄໝ.

    ທ່ານ ວູດ​ເວີດ ກ່າວ​ຕື່ມ​ວ່າ: ອັງ​ກິດ​ແລະ​ຈີນ​ໄດ້​ຮັກ​ສາ​ການ​ພົວ​ພັນ​ທາງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ທີ່​ແໜ້ນ​ແຟ້ນ. ອັງ​ກິດ​ຍິນ​ດີ​ຕ້ອນ​ຮັບ​ຈີນ​ສືບ​ຕໍ່​ເປີດ​ກວ້າງ​ຕະຫຼາດ, ຍິນ​ດີ​ທີ່​ເຫັນ​ການ​ຊຸກ​ຍູ້​ກົນ​ໄກ​ຊື້​ຂາຍ​​ຫຸ້ນ​​ລະ​ຫວ່າງ​ຕະຫຼາດ​ຫຼັກ​ຊັບ​ຊຽງ​ໄຮ​ແລະ​ລອນດອນ ທັງ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ​ໃນ​ເດືອນ​ພະ​ຈິກ​ປີນີ້.

ຄຳ​ເຫັນ

0