黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນວັດທະນະທໍາຈີນປະຈໍາລາວຈັດງານບັນ​ຍາຍ​ຄວາມ​ຮູ້ “ການຝັງເຂັມແບບຈີນ”

2018-08-07 14:50:39 cri

图片默认标题_fororder_微信图片_20180807144603

ຫວ່າງບໍ່ດົນມານີ້, ສູນວັດທະນະທໍາຈີນປະຈໍາ ສປປ ລາວ ໄດ້ຈັດງານ​ບັນ​ຍາຍ​ຄວາມ​ຮູ້ “ການຝັງເຂັມແບບຈີນ” ຂຶ້ນ, ​ໂດຍ​ໄດ້ເຊື້ອເຊີນ ອາຈານ ຈີ້ຈືຢົງ ທ່ານໝໍຊ່ຽວຊານ ປອ. ​ດ້ານຝັງເຂັມ ແລະ​ທັງ​ເປັນ​ຮອງ​ສາດ​ສະ​ດາ​ຈານ​ດ້ານນວດ​ຂອງຄະນະຝັງເຂັມ ແລະ ນວດ ມະຫາວິທະຍາໄລການແພດການຢາຈີນຊຽງໄຮມາ ໃຫ້ຄວາມຮູ້ກຽວກັບ ການຝັງເຂັມ ແລະ ການນວດ ແບບແພດແຜນຈີນ, ຖ່າຍທອດຄວາມຮູ້ດ້ານການດູແລສຸຂະພາບ. ການບັນຍາຍແບ່ງອອກເປັນສີ່ພາກຄື: ສອນການຝັງເຂັມ; ພະຍາດທີ່ເໝາະສົມກັບການ ຝັງເຂັມ; ແນະນໍາການປັກເຂັມ ແລະ ການຮົມຄວາມຮ້ອນໃສ່ຈຸດຕ່າງໆ; ທົດລອງຝັງເຂັມ. ບັນຍາຍປະກອບຮູບພາບເພື່ອອະທິບາຍພື້ນຖານໃນການປັກເຂັມ; ການຮົມຄວາມຮ້ອນ; ຈຸດຕ່າງໆ; ຝັງເຂັມສ້າງຄວາມມຶນຊາ; ການຄວບ​ດ້ວຍແກ້ວຮ້ອນ; ພ້ອມທັງຕອບບັນຫາຄາໃຈ ເພື່ອໃຫ້ຜູ້ຟັງ ໄດ້ສໍາຜັດກັບຄວາມອັດສະຈັນຂອງແພດແຜນຈີນຢ່າງໃກ້ຊິດ.
 

图片默认标题_fororder_微信图片_20180807144619

ການຝັງເຂັມແບບແພດແຜນຈີນບູຮານ ມີອົງປະກອບຫຼັກສອງຢ່າງຄື: “ເຂັມ” ແລະ “ການຮົມ​ຄວາມ​ຮ້ອນ”, ສໍາຄັນແມ່ນໃຊ້ເຂັມກະຕຸ້ນ; ຮົມຄວາມຮ້ອນໃສ່ຈຸດຕ່າງໆ ການ​ຄວບ​ດ້ວຍແກ້ວຮ້ອນ ແລະອື່ນໆ ເຊິ່ງເປັນສາດ ໜຶ່ງໃນການແກ້ໄຂ ແລະ ປິ່ນປົວພະຍາດ. ການຝັງເຂັມແບບແພດແຜນຈີນ ມີປະຫວັດຍາວນານຫຼາຍພັນປີ ແມ່ນໜຶ່ງໃນຊັບສົມບັດແຫ່ງ ສະຕິປັນຍາທີ່ບັນພະບຸດລຸດຈີນໄດ້ສືບທອດໄວ້ໃຫ້ມວນມະມຸດ. ຕັ້ງແຕ່ສະຕະວັດທີຫົກ ການຝັງເຂັມແບບແພດແຜນຈີນກໍ່ໄດ້ເຜີຍແຜ່ເຂົ້າ​ສູ່ຍີ່ປຸ່ນ, ເກົາຫຼີ ແລະ​ປະ​ເທດອື່ນໆ. ໃນປີ 2010 ການຝັງເຂັມແບບແພດແຜນຈີນ ໄດ້ຖືກຮັບຮອງ ເປັນມໍລະດົກວັດທະນະທໍານາມມະທໍາ ຂອງໂລກ ໂດຍອົງການອຸຍເນັສໂກ. ມາຮອດປັດຈຸບັນ ນັບມື້ນັບມີຫຼາຍປະເທດນິ​ຍົມການຝັງເຂັມ ຈົນກາຍເປັນສ່ວນໜຶ່ງຂອງການຮັກສາສຸຂະພາບ ແລະ ການປິ່ນປົວ ທີ່ໄດ້ຮັບການຕອບຮັບທີ່ດີຈາກມະຫາຊົນໃນປະເທດຕ່າງໆ.

ຄຳ​ເຫັນ

0