黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານທູດຈີນປະຈຳລາວຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 91 ປີ

2018-08-07 14:43:32 cri

 

图片默认标题_fororder_微信图片_20180807144209

  ຕາມຂ່າວ CRI: ວັນທີ 6 ສິງຫານີ້ຢູ່ນະຄອນຫຼວງວຽງຈັນ, ສະຖານທູດ ສປ. ຈີນປະຈຳ ສປປ. ລາວ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 91 ປີ ໂດຍທ່ານ ວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳລາວ, ທ່ານພົນໂທຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວພ້ອມດ້ວຍຜູ້ຕາງໜ້າກະຊວງ ຕ່າງໆ ຂອງລາວ, ທູດທະຫານປະເທດຕ່າງໆປະຈຳລາວ, ຜູ້ຕາງໜ້າວິສາຫະກິດຈີນ, ຊາວຈີນແລະຊາວລາວເຊື້ອສາຍຈີນ, ນັກສຶກສາແລະອາສາສະໝັກເຂົ້າຮ່ວມ.
 

图片默认标题_fororder_微信图片_20180807144217

   ໂອກາດດັ່ງກ່າວ, ທ່ານ ເ​ຊີນໂຢງຈິ້ງ ທູດທະຫານຂອງສະຖານທູດຈີນປະຈຳລາວໄດ້ກ່າວ​ວ່າ, ພາຍໃຕ້​ການເອົາໃຈໃສ່ແລະການຊຸກຍູ້ຂອງການນຳສອງປະເທດຈີນ-ລາວ, ສອງກອງທັບໄດ້ຖະນຸຖະໜອມ ແລະ ປັັບປຸງ​ນ້ຳ​ໃຈມິດຕະພາບທີ່ເປັນມູນເຊື້ອ, ທັງໄດ້ລົງເລິກການແລກປ່ຽນ ແລະ ຮ່ວມມືດ້ານການທະຫານ ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ແລະ ເຮັດໃຫ້ການພົວພັນລະຫວ່າງສອງກອງທັບມີຊີວິດຊີວາຫຼາຍຂຶ້ນ. ທ່ານ ເສີນໂຢງຈິ້ງ ກ່າວ​ອີກວ່າ ຫວັງວ່າສອງກອງທັບຈະໄດ້ສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ຮ່ວມມື ຕື່ມອີກ ເພື່ອປະ ກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ—ລາວທີ່ມີຄວາມໝາຍທາງຍຸດທະສາດ, ສົ່ງເສີມການ ແລກປ່ຽນ ແລະ ຮ່ວມມືດ້ານການປ້ອງກັນຄວາມສະຫງົບລະຫວ່າງຈີນ-ອາຊຽນ ກໍຄືປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນແລະໂລກ.
 

图片默认标题_fororder_微信图片_20180807144230

   ໂອກາດດັ່ງກ່າວ, ບັນດາແຂກຮັບເຊີນໄດ້​ສະ​ແດງ​ຄວາມຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 91 ປີກໍຄືຜົນສຳເລັດການສ້າງກອງທັບຈີນຫັນເປັນທັນສະໄໝ, ການປະຕິຮູບການປ້ອງກັນປະເທດ, ການເຂົ້າຮ່ວມ ຮັກສາສັນຕິພາບຂອງສະຫະປະຊາຊາດຂອງກອງ​ທັບ​ຈີນແລະອື່ນໆ ທັງອວຍພອນ​ໃຫ້ສາຍພົວພັນລະຫວ່າງລາວ-ຈີນຈົ່ງພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນໃຫຍ່ຫຼວງກວ່າເກົ່າເຂົ້າໃນສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງພາກພື້ນກໍຄືຂອງໂລກ.

ຄຳ​ເຫັນ

0