尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ວາງ​ຢີ້ ພົບ​ປະ​ກັບປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 73

2018-08-07 10:24:34 cri

ວັນ​ທີ 6 ສິງ​ຫາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ມາເຣ​ຍ ເຟີ​ນານ​ດາ ເອ​ສ​ປີ​ໂນ​ຊາ ກາ​ເຊ​ສ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້​ງ​ທີ 73.
 

ທ່ານ ວາງ​ຢີ້ ກ່າວ​ວ່າ, ປະ​ຊາ​ຄົມ​ໂລກຄວນ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຕໍ່​ລັດ​ທິ​ຫຼາຍ​ຝ່າຍ,ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ແລະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​​ທີ່​ເຄົ​າ​ລົບ​ຫຼັກ​ການ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ໃຈ​ກາງ,ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້ພັດ​ທະ​ນາ​ໄປ​ຕາມ​ທິດ​ເປີດ​ປະ​ຕູ,ກວມ​ລວມ,ສົມ​ດຸນແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​​. ບັນ​ດາ​ຝ່າຍ​ຄວນ​ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​,ລັດ​ທິຝ່າຍ​ດຽວ,ປົກ​ປ້ອງ​ຫຼັກ​ການ​ແລະກົດ​ໝາຍສາ​ກົນ,ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ໂລກ.
 

ທ່ານ ເອ​ສ​ປີ​ໂນ​ຊາ ກາ​ເຊ​ສ ກ່າວ​ວ່າ, ສ​ປ​ຊ ຂອບ​ໃຈ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ມາ​ໂດຍ​ຕະ​ຫຼອດ ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສ້າງ​ສັນ​.ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ທີ່ເປັນ​ການປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0