尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມປາ​ຖະ​ໜາ​ດ້ານ​ການ​ປະ​ກອບ​ທຸ​ລະ​ກິດ​ຂອງ​ປະ​ຊາ​ຊົນຈີນ​ເພີ່ມ​ຂຶ້ນ

2018-08-08 16:32:53 cri

ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນ​ໃຫ້​ຮູ້​ວ່າ: ວັນ​ທີ 7 ສິງ​ຫາ​ນີ້, ອົງ​ການຕິດ​ຕາມ​ຄຸ້ມ​ຄອງ​ຕະ​ຫຼາດ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຜູ້​ດຳ​ເນີນ​ທຸ​ລະ​ກິດໃໝ່​​ໃນ​ຕະ​ຫຼາດ​​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 998,3 ໝື່ນ​ຄົນ, ໄດ້ເພີ່ມ​ຂຶ້ນ 12,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ແລະ​ເພີ່ມ​ຂຶ້ນ​ໃໝ່ 5,52 ໝື່ນ​ຄົນ​ສະ​ເລ່ຍ​ຕໍ່​ມື້. ໃນ​ນັ້ນ, ວິ​ສາ​ຫະ​ກິດ​ທີ່​ສ້າງ​ຂຶ້ນ​ໃໝ່​ມີ 327,4 ໝື່ນແຫ່ງ, ເພີ່ມ​ຂຶ້ນ 12,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໄດ້​ເພີ່ມ​ຂຶ້ນ​ໃໝ່ 1,81 ໝື່ນ​ແຫ່ງສະ​ເລ່ຍຕໍ່​ມື້. ໂດຍ​ສະ​ເພາະ​ໃນ​ໄຕ​ມາດ​ທີ​ສອງ​ຜ່ານ​ມາ, ຄວາມ​ປາ​ຖະ​ໜາ​ດ້ານ​ການ​ປະ​ກອບ​ທຸ​ລະ​ກິດ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ວິ​ສາ​ຫະ​ກິດ​ທີ່​ສ້າງ​ຂຶ້ນ​ໃໝ່​ໃນ​ທຸກ​ເດືອ​ນ​ໃນ​ໄລ​ຍະ​ເດືອນ​ເມ​ສາ​ຫາ​ເດືອນ​ມິ​ຖຸ​ນາ​ປີ​​ນີ້​ຫຼາຍກວ່າ 6 ແສນ​ແຫ່ງ ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

ຄຳ​ເຫັນ

0