赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ກົດ​ຂໍ້​ກຳ​ນົດ​ພາ​ສີ​ຂອງ​ລັດ​ຖະ​ບານ​ຈີນ​ຕົກ​ລົງ​ເພີ່ມ​ເກັບ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ

2018-08-08 20:46:13 cri

 

ຕາມ​ຂ່າວ cri: ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ​ຈີນ, ຄະ​ນະ​ກຳ​ມະ​ການ​ກົດ​ຂໍ້​ກຳ​ນົດພາ​ສີ​ຂອງ​ຈີນ​ໄດ້​ປະ​ກາດ​ແຈ້ງ​ຂານ​ເລກ​ທີ  (2018)7 ໃນ​ຕອນ​ຄ່ຳ​ວັນ​ທີ 8 ສິງ​ຫານີ້ ໂດຍ​ຕົກ​ລົງ​ວ່າ​ຈະ​ເພີ່ມ​ເກັບ​ພາ​ສີ 25% ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ​ນັບ​ແຕ່​ເວ​ລາ 12:01 ຂອງວັນ​ທີ 23 ສິງ​ຫານີ້​ເປັນ​ຕົ້ນ​ໄປ.

ປະ​ກາດ​ແຈ້ງ​ການ​ກ່າວ​ວ່າ, ອີງ​ຕາມ​ຄຳ​ເຫັນ​ຈາກ​ພາກ​ສ່ວນ, ຂະ​ແໜງ​ການ ແລະ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ, ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ບໍ​ລິ​ໂພກ​ແລະ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ໃນ​ລະ​ດັບ​ສູງ​ສຸດ, ຄະ​ນະ​ກຳ​ມ​ະ​ການ​ດັ່ງ​ກ່າວ​ໄດ້​ມີ​ການ​ປັບ​ປຸງ​ຕໍ່​ລາຍ​ຊື່​ສິນ​ຄ້າ​ທີ່​ເພີ່ມ​ເກັບ​ພາ​ສີ​ທີ່ນອນ​ຢູ່​ໃນ​ປະ​ກາດ​ແຈ້ງ​ການ​ເລກ​ທີ (2018)5, ເຊິ່ງ​ລາຍ​ຊື່​ລະ​ອຽດ​ແມ່ນ​ອີງ​ຕາມ​ປະ​ກາດ​ແຈ້ງ​ການ​ເລກ​ທີ (2018)7. ສ່ວນ​ລາຍ​ການ​ອື່ນໆ​ຍັງ​ຈະ​ປະ​ຕິ​ບັດ​ຕາມ​ປະ​ກາດ​ແຈ້ງ​ການ​ເລກ​ທີ (2018)5​ຄື​ເກົ່າ.

ຄຳ​ເຫັນ

0