赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຄ້າ​ຈີນ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຈີນ​ໃຊ້​ມາດ​ຕະ​ການ​ຕໍ່​ຕ້ານ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ

2018-08-08 20:47:01 cri

 

ຕາມ​ຂ່າວ​ສານ​ຊິນ​ຣ​ວາ: ແນ​ໃສ່​ອາ​ເມ​ລິ​ກາ​ທີ່​ຕົກ​ລົງ​ເພີ່ມ​ເກບ​ພາ​ສີ 25% ຕໍ່​ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ທີ່​ມີ​ມູນ​ຄ່າ 16 ຕື​ໂດ​ລາ​ສະ​ຫະ​ລັດ, ວັນ​ທີ 8 ສິງ​ຫານີ້ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ປະ​ກອບ​ຄຳ​ເຫັນ​ແລະ​ຊີ້​ອອກວ່າ, ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ດັ່ງ​ກ່າວ​ແມ່ນ​ໄດ້​ຢູ່​ເໜືອ​ກົດ​ໝາຍ​ສາ​ກົນ​ອີກ​ຄັ້ງ​ໜຶ່ງ, ເປັນ​ການ​ກະ​ທຳ​ທີ່​ໄຮ້​ເຫດ​ຜົນ​ທີ່​ສຸດ. ເພື່ອ​ປົກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຂອງ​ຕົນ​ເອງ ແລະ​ລະ​ບຽບ​ການ​ຄ້າ​ຫຼາຍ​ຝ່າຍ, ຈີນ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະ​ການ​ຕໍ່​ຕ້ານ, ຕົກ​ລົງ​ເພີ່ມ​ເກັບ​ພາ​ສີ 25% ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ລິ​ກາ​ທີ່​ມີ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ, ເຊິ່ງ​ຈະ​ປະ​ຕິ​ບັດ​ໄປ​ພ້ອມ​ກັບ​ຝ່າຍ​ອາ​ເມ​ລິ​ກາ.

ຄຳ​ເຫັນ

0