黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດ​ຈີນ​ແລະ​ລາວ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ດ້ານ​ການ​ພັດທະນາ​ສາຍ​ສົ່ງ​ໄຟຟ້າ​ແຫ່ງ​ຊາດ​ລາວ

2018-08-09 16:19:11 CRI

ລັດ​ວິ​ສາ​ຫະກິດ​ຕາ​ຂ່າຍ​ໄຟຟ້າ​ພາກ​ໃຕ້​ຈີນ, ກະຊວງ​ແຜນການ​ແລະ​ການ​ລົງທຶນ ສປປ ລາວ ພ້ອມ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ “ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ດ້ານ​ການ​ພັດທະນາ​ສາຍ​ສົ່ງ​ໄຟຟ້າ​ແຫ່ງ​ຊາດ​ລາວ” ​ໃນ​ວັນ​ທີ 8 ສິງຫາ​ນີ້ ຢູ່​ນະຄອນຫຼວງວຽງ​ຈັນ ​ໂດຍ​ມີທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີລາວ ​ແລະ ທ່ານ​ຫວາງ​ເຫວີ​ນ​ທ່ຽນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ ​ເຂົ້າຮ່ວມພິທີ​ລົງ​ນາມ.

ອີງ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ທີ່​ສອງ​ຝ່າຍ​ເຊັນ​ກັນ, ລັດ​ວິ​ສາ​ຫະກິດ​ໄຟຟ້າ​ພາກ​ໃຕ້​ຈີນ ​ແລະ​ຝ່າຍ​ລາວ​ຈະ​ຮ່ວມ​ມື​ກັນ​ດ້ານ​ການ​ພັດທະນາ​ພະລັງງານ​ໄຟຟ້າ​​​ໂດຍການ​ຊ່ວຍ​ຊູ​ຍູ້​ໜູນກັນ​ຕາມ​ທ່າ​ແຮງ​ຂອງ​ແຕ່ລະຝ່າຍ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເລັ່ງສ້າງ​ຕາ​ຂ່າຍ​ສາຍ​ສົ່ງໄຟຟ້າຫຼັກທີ່​​ເຊື່ອມ​ໂຍງ​ກັນ​​ແລະ​ກວມ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດລາວ​ໃຫ້​ສຳ​ເລັດ​ໂດຍ​ໄວ, ຍົກ​ສູງ​ຄວາມ​ສາມາດ​ການ​ສົ່ງ​ໄຟຟ້າ ​ແລະ ຄວາມ​​ເຊື່ອ​ໝັ້ນ​ໃນການ​ສະໜອງ​ໄຟຟ້າ ​ເພື່ອ​ເປັນ​ເສົາຄ້ຳ​​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ-ສັງຄົມ; ຂະນະ​ດຽວ​ກັນ, ກໍ​ເປັນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ຕາ​ຂ່າຍ​ໄຟຟ້າ​ລະຫວ່າງ​ລາວ​ກັບປະ​ເທດ​ອ້ອມ​ຂ້າງ, ​ເປີດ​ກວ້າງ​ຕະຫຼາດ​ໄຟຟ້າ​ພະລັງງານ​ນ້ຳຂອງ​ລາວ, ສ້າງ​ເວທີ​ຫັນປ່ຽນ​ທ່​າແຮງດ້ານພະລັງງານ​ນ້ຳ​ໃຫ້​ກາຍ​ເປັນ​ທ່າ​ແຮງ​ດ້ານ​ເສດຖະກິດ ​ແລະ ບັນລຸ​ຍຸດ​ທະ​ສາດຂອງ​ ສປປ ລາວ​ທີ່ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງປະ​ເທດດ້ວຍ​ພະລັງງານ​ໄຟຟ້າ.

ຄຳ​ເຫັນ

0