吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

7 ​ເດືອນ​ຕົ້ນ​ປີ​ນີ້​ມູນ​ຄ່າ​ສິນຄ້າຂາ​ເຂົ້າຂາ​ອອກ​ຈີນ​ເພີ່ມ​ຂຶ້ນ 8,6% ​ແລະ​ເກີນ​ດຸນ​ການ​ຄ້າ​ຫຼຸດລົງ​ຫຼາຍ​ກວ່າ 30%

2018-08-09 17:16:57 cri

ວັນ​ທີ 8 ສິງຫາ​ນີ້, ກົມ​ໃຫຍ່​ພາສີ​ຈີນ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ການ​ຄ້າ​ສິນຄ້າຈີນ​ບັນ​ລຸ​ເຖິງ 16,72 ພັນ​ຕື້​ຢວນ, ​ເພີ່ມ​ຂຶ້ນ 8,6% ທຽບ​ໃສ່​ໄລຍະ​ດຽວ​ກັນປີຜ່ານມາ. ​ໃນ​ນັ້ນ, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ການ​ນຳ​ເຂົ້າ​ຫຼາຍ​ກວ່າການ​ສົ່ງ​ອອກ 7,9%. ​ແຕ່​ການເກີນ​ດຸນ​ການ​ຄ້າ​ພັດ​ຫຼຸດ​ລົງ​ຫຼາຍ​ກວ່າ 30%. ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຕໍ່​ບັນດາ​ປະ​ເທດ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 10% ​ແລະ​ກວມ​​ເອົາ​ມູນ​ຄ່າ​ການ​ຄ້າ​ຕ່າງປະ​ເທດລວມ​ເກືອບ 30%.

​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ຕໍ່​ສະຫະພາບ​ເອີຣົບ, ​ອາ​ເມ​ຣິ​ກາ, ອາ​ຊຽນ, ຍີ່ປຸ່ນ ​ແລະ​ປະ​ເທດອື່ນໆ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ, ​ແຕ່ຈັງ​ຫວະ​ການ​ເຕີບ​​ໂຕ​ຕໍ່​ບັນ​ດາ​ປະ​ເທດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ພັດສູງ​ກວ່າ.

ຄຳ​ເຫັນ

0