黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-​ໄທ​ຈະ​ພັດທະນາ​ຢ່າງ​ໜັກ​ແໜ້ນ

2018-08-09 15:52:47 CRI

ສະພາ​ການ​ຄ້າ​ຈີນ​ຢູ່​​ໄທ ​ໄດ້​ເປີດ​ເຜີຍ​ບົດ​ລາຍງານ​ສະພາບ​ເສດຖະກິ​ດ​ໂດຍລວມຂອງ​ໄທ​ໃນ​ໄຕ​ມາດ​ທີ 2 ປີ 2018 ຢູ່​ນະຄອນຫຼວງບາງກອກ​ໃນ​ວັນ​ທີ 8 ສິງຫາ​ນີ້​ ​ໂດຍ​ລະບຸວ່າ: ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ໄທ-ຈີນ​ໃນ​ໄຕ​ມາດ​ທີ 2 ປີ​ນີ້​ພັດທະນາ​​ໄດ້​ຢ່າງໜັກ​ແໜ້ນ​ກວ່າ​ເກົ່າເມື່ອ​ທຽບ​ກັບສອງ​ໄຕ​ມາດ​ຜ່ານ​ມາ, ຂະນະ​ທີ່​ຜົນ​ການ​ສຳຫຼວດຄວາມ​ຄິດ​ເຫັນ​ສ່ວນຫຼາຍຄິດ​ວ່າ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຈະ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ບົດ​ລາຍ​ງານ​ການ​ສຳຫຼວດຄວາມ​ຄິດ​ເຫັນ​ດັ່ງກ່າວ​ຈັດ​ຂຶ້ນໂດຍ​ສະພາ​ການ​ຄ້າ​ຈີນ​ຢູ່​ໄທ​ຮ່ວມ​ກັບ​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ​ໄທ ​ໂດຍຜູ້​ຖືກ​ສອບ​ຖາມ 500 ຄົນ​ລ້ວນ​ແຕ່​ແມ່ນຜູ້​ບໍລິຫານຂັ້ນສູງ​ຂອງ​ວິ​ສາ​ຫະກິດ​ຊາວ​ໄທ​ເຊື້ອສາຍ​ຈີນ ທີ່​​ຮູ້​​​ເລິກ​ດ້ານເສດຖະກິດ​ໄທ​ແລະ​ຈີນ ພ້ອມ​ທັງການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ໄທ-ຈີນ​ນັ້ນ, ຜູ້​ຖືກ​ສອບ​ຖາມກ່າວ​ວ່າ: ​ໃນ​​ໄຕມາດ​ທີ 2 ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ, ຍອດ​ການ​ລົງທຶນ ​ແລະ ປະລິມານ​​ເສດຖະກິດ​ທີ່​ສອງ​ຝ່າຍ​ຮ່ວມ​ມື ລ້ວນ​ແຕ່​ເພີ່ມ​ຂຶ້ນ​ໃນ​ລະດັບ​ໃດ​ໜຶ່ງ​ເມື່ອ​ທຽບ​​ໃສ່​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ​ແລະ​ໄຕ​ມາດ​ທີ 4 ຂອງ​ປີຜ່ານມາ ຄາດ​ວ່າ, ​ໄທ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ເພີ່ມ​ຂຶ້ນ ​ແລະ ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ຕໍ່​ຈີນ​ກໍເພີ່ມ​ຂຶ້ນ​ເຊັ່ນ​ກັນ.

ຄຳ​ເຫັນ

0