覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັນ​ຍາ​ຊົນ​ອາ​ເມ​ຣິ​ກາ​ກ່າ​ວ​ວ່າ ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ໄດ້​ລະ​​ເມີດ​ກະ​ຕິ​ກາWTO

2018-08-09 10:59:44 cri
ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ປະ​ກາດ​ໃນ​ວັນ​ທີ 7 ສິງ​ຫາ​ນີ້​ວ່າ: ຈະ​ຂຶ້ນ​ພາ​ສີ 25% ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຈີນ​ໃນ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ​ເລີ່ມ​ແຕ່​ວັນ​ທີ 23 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ. ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ, ທ່ານ​ໂຊ​ຣັບ ກຸບ​ຕາ ນັກ​ຄົ້ນ​ຄວ້າ​ຊັ້ນ​ສູງ​ຂອງ​ສູນ​ຄົ້ນ​ຄວ້າ​ຈີນ​ອາ​ເມ​ຣິ​ກາ ເຊິ່ງ​ເປັນຄັງ​ປັນ​ຍາ​ຂອງອາ​ເມ​ຣິ​ກາ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ລະ​ເມີດ​ກະ​ຕິ​ກາ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ການ​ຄ້າ​ໂລກຫຼື WTO ອີກ​ຄັ້ງ​ໃໝ່ ເຊິ່ງ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ທັງ​ສອງ​ຝ່າຍ. 

 ທ່ານ​ກຸບ​ຕາ​ກ່າວ​ຕື່ມ​ວ່າ: ໃນ​ງານ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ໃນ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ຈັດ​ຂຶ້ນ​ໃນ​ເດືອນ​​ຜ່ານ​ມາ, ​ສະ​ມາ​ຄົມຫຼື​ອົງ​ການ​ຈັດ​ຕັ້ງ​ເກືອບ​ທຸກ​ຂະ​ແໜງ​ການ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ:​ອຸດ​ສາ​ຫະ​ກຳ​ເຄ​ມີ, ສາຍ​ໄຟ​ສາຍ​ກາບ,ເຄື່ອງເອ​ເລັກ​ໂຕ​ຣ​ນິ​ກ, ວັດ​ສະ​ດຸ​ເຄິ່ງ​ຕົວ​ນຳ, ສິນ​ຄ້າ​ຂາຍ​ຍ່ອຍ​ແລະ​ອື່ນໆ​ຕ່າງ​ກໍ​ໄດ້​ອອກ​ສຽງ​ຄັດ​ຄ້ານ. ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ,ແຕ່​ລັດ​ຖະ​ບານ​ທ​ຣຳ​ກໍ​ຍັງ​ປະ​ຕິ​ບັດ​ມາດ​ຕະ​ການ​ຂຶ້ນ​ພາ​ສີ​ຕາມ​ໃຈ​ຕົວ​ເອງ. 

 ​ຕາມ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ທີ່​ຕ້ອງ​ຂຶ້ນ​ພາ​ສີ​ສະ​ບັບຫຼ້າ​ສຸດ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ນັ້ນໄດ້​ລວມ​ເຖິງ​ຜະ​ລິ​ດ​ຕະ​ພັນ​ວັດ​ສະ​ດຸ​ເຄິ່ງ​ຕົວ​ນຳ. ທ່ານ​ກຸບ​ຕາ​ກ່າວ​ວ່າ ການ​ເຮັດ​ແນວ​ນີ້​ມີ​ພຽງ​ແຕ່​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຜະ​ລິດ​ວັດ​ສະ​ດຸ​ເຄິ່ງ​ຕົວ​ນຳ​ຂອງ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ ແລະ​ຍັງຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຜູ້​ອຸ​ປະ​ໂພກ​ຕື່ມ​ອີກ.

ຄຳ​ເຫັນ

0