吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດນາຍົກລັດຖະມົນຕີມາ​ເລ​ເຊຍຖືກ​ຕັ້ງ​ຂໍ້​ຫາ​ໃໝ່ 3 ກະທົງ

2018-08-09 17:17:27 cri

ວັນ​ທີ 8 ສິງຫາ​ນີ້, ທ່ານ​ໂມ​ຮາມ​ມັດ ນາ​ຈີບ ອັບ​​ດູ​ນ ຣາຊັກ ອະ​ດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ຖືກ​ຕັ້ງ​ຂໍ້​ຫາ​ຟອກ​ເງິນ​ເພີ່ມ​ອີກ ​3 ກະທົງ. ​ເຈົ້າ​ໜ້າທີ່​ອົງການ​​ໄອ​ຍະ​ການ​ກ່າວ​ວ່າ: ທ່ານ​ນາ​ຈີບ​ໄດ້​ຮັບ​​ເງິນ​ທີ່​ມາ​ຈາກ​ກິດຈະກຳ​ຜິດ​ກົດ​ໝາຍ 3 ​ເທື່ອ​ ຈຳນວນ 42 ລ້ານຣິງກິດເທົ່າ​ກັບ 10,5 ລ້ານ​ໂດ​ລາ​ສະຫະ​ລັດນັບ​ແຕ່​ປີ 2014 ຫາ​ 2015. ຖ້າ​ການ​ຕັ້ງ​ຂໍ້​ຫາ​ຖືກຢືນຢັນວ່າ​ຈິງ, ທ່ານ​ນາ​ຈີບ​ຈະ​ຖືກ​ກັກ​ຂັງ​ສູງ​ສຸດ 15 ປີ ​ແລະ​ຖືກປັບ​ໄໝ 5 ​ເທົ່າ​.

ທ່ານ​ນາ​ຈີບ​ບໍ່ຍອມຮັບ​ໂທດ ​ແລະຮ້ອງ​ຂໍ​​ໃຫ້​ສານ​ດຳ​ເນີນ​ການ​ສອບ​ສວນ. ຜູ້​ພິພາກສາ​ຈະ​ຟັງຄຳ​ໃຫ້ການ​ສອງ​ຝ່າຍ​ໃນ​ວັນ​ທີ 10 ສິງຫາ​ນີ້ ​ແລ້ວຈະຕັດສິນ​ວັນເວລາທີ່​ຈັດການສືບສວນ-ສອບ​ສວນ.

 

ຄຳ​ເຫັນ

0