黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ຄັ້ງທີ 73

2018-08-09 15:52:07 CRI

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ມາ​ເຣຍ ​ເຟີ​ນັນ​ດາ ​ເອສປີ​ໂນ​ຊາ ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 73 ​ໃນຕອນ​ບ່າຍວັນ​ທີ 8 ສິງຫາ​ນີ້​ຢູ່​ເປີ​ຍຕ້າຍ​ເຫີ ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.

ທ່ານຫຼີ​ເຄີ້ສຽງ ກ່າວ​​ວ່າ: ຈີນ​ໃນ​ຖານະ​ເປັນ​ປະ​ເທດສະມາຊິກ​ກໍ່ຕັ້ງອົງການ​ສະຫະ​ປະຊາ​ຊາດ, ປະ​ເທດ​ສະມາຊິກ​ຖາວອນ​ສະພາ​ຄວາມ​ໝັ້ນຄົງ ​ແລະ ​ເປັນ​ປະ​ເທດ​ພວມພັດທະນາ​ທີ່​ໃຫຍ່​ທີ່​ສຸດ ​ໄດ້​ສະໜັບສະໜູນ​ວຽກ​ງານ​ຂອງອົງການ​ສະຫະ​ປະຊາ​ຊາດ​ມາ​ໂດຍ​ຕະຫຼອດ. ຈີນ​ເດັດດ່ຽວ​ຮັກສາ​ອິດ​ທິພົນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ສະໜັບສະໜູນ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ແກນກາງ​ໃນ​ກິດຈະ​ການ​ສາກົນ.

ທ່ານຫຼີ​ເຄີ້ສຽງ ຍັງ​ກ່າວ​ເນັ້ນຕື່ມ​ວ່າ: ອົງການ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ ​ແລະອົງການອື່ນໆ ລ້ວນ​ແຕ່​ຕ້ອງ​ໄດ້​ປັບປຸງ​ບູລະນະ ​ແລະ ປະຕິ​ຮູບຕົນ​ເອງ ​ແຕ່​ການ​ປະຕິ​ຮູບ​ບໍ່​ແມ່ນການ​ສ້າງຕັ້ງອົງການ​ໃໝ່​ຂຶ້ນມາ​ແທນ ຫາກ​ແມ່ນ​ດຳ​ເນີນ​ຢູ່​ບົນ​ພື້ນຖານ​ການ​ຮັກສາລະບຽບ​ສາກົນທີ່​ກໍ່​ຕົວ​ຂຶ້ນຫຼັງສົງຄາມ​ໂລກ​ຄັ້ງທີ​ສອງ ​ແລະ ​ດຳ​ເນີນ​ໄປໃນ​ເງື່ອນ​ໄຂ​​ຮັກສາຫຼັກການ​ສຳຄັນ​ຕ່າງໆ ​ເຊັ່ນ ກົດ​ບັດ​ອົງການສະຫະປະຊາ​ຊາດ ​ແລະ ການ​ຄ້າ​ເສລີ​ເປັນຕົ້ນ.

ທ່ານ​ເອສປີ​ໂນ​ຊາ ກ່າວ​ວ່າ: ອົງການ​ສະຫະ​ປະຊາ​ຊາດ​ໃຫ້​ຄວາມ​ສຳຄັນສູງ​ຕໍ່​ການ​ພົວພັນ​ກັບ​ຈີນ ຂ້າພະ​ເຈົ້າ​ໃນ​ຖານະ​ເປັນ​ປະທານ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 73 ​ໄດ້​ເລືອກ​​ຈີນ​ເປັນ​​ເປົ້າໝາຍ​ທຳ​ອິດ​ຂອງ​ການ​ເດີນທາງ​ຢ້ຽມຢາມຂອງ​ຕົນ ​ເນື່ອງ​ຈາກ​ໄດ້​ເຫັນ​ບົດບາດ​ສຳຄັນ​ຂອງ​ຈີນ​ໃນ​ການ​​ເພີ່ມ​ທະວີ​ລັດທິຫຼາຍຝ່າຍ ​ແລະ ​ໄດ້​ປະກອບສ່ວນ​ອັນ​​ໃຫຍ່ຫຼວງ​ເພື່ອ​ສະໜັບສະໜູນ​ວຽກ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ອົງການ​ສະຫະ​ປະຊາ​ຊາດ​ຍິນ​ດີ​ຮ່ວມ​ກັບ​ຈີນ ​ແລະ​ບັນດາ​ປະ​ເທດ​ໃນ​ໂລກ ປົກ​ປັກ​ຮັກສາ​ລະບຽບ​​ສາກົນ​ທີ່​ມີ​ກະຕິ​ກາ​ຕ່າງ​ໆ​ເປັນ​ພື້ນຖານ, ຊຸກຍູ້​ການ​ຄ້າ​ເສລີ​ໃນ​ຂອບ​ກົດໝາຍ​ສາກົນ ​ແລະ ຂອບ​ອົງການ​ການ​ຄ້າ​ໂລກ, ຊຸກຍູ້​ເສດຖະກິດ​ໂລກາ​ພິວັດ​ທີ່​ກວມ​ລວມ​ແລະ​ເປັນ​ປະ​ໂຫຍ​ດຕໍ່​ໝົດ​ທຸກ​ຄົນ​, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລ​ກ.

ຄຳ​ເຫັນ

0