覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາ​ເຫດ​ເບື້ອງຫຼັງ​ທີ່​ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ໃນ​ມູນ​ຄ່າ 16 ຕື້​ໂດລາ​ສະ​ຫະລັດ

2018-08-09 16:14:49 cri

图片默认标题_fororder_mahlsluslsfhsyfsfe1
 

ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຂ່າວ​ກ່ຽວ​ກັບ​ມາດ​ຕະ​ການ​ຕອບ​ໂຕ້​ຕໍ່​ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ

 

ຫຼັງ​ຈາກ​ໄດ້​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ໃນ​ມູນ​ຄ່າ 34 ຕື້​ໂດ​ລາ​ສະ​ຫະ​ລັດ​ເລີ່ມ​ແຕ່​ວັນ​ທີ 6 ກໍ​ລະ​ກົດ​ແລ້ວ​ນີ້​ເປັນຕົ້ນ​ມາ, ວັນ​ທີ 7 ສິງ​ຫາ​ນີ້,  ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່ສິນ​ຄ້າ​ຈີນ​ໃນ​ມູນ​ຄ່າ​ປະ​ມານ 16 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ຕ້ອງ​ເກັບ​ພາ​ສີ​ເພີ່ມ 25% ເລີ່ມ​ແຕ່​ວັນ​ທີ 23 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ. ໂຄ​ສົກ​ກ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງ​ໃນ​ຄື​ນ​ວັນ​ທີ 8 ສິງ​ຫາ​ນີ້​ວ່າ ຈີນ​ຈະ​ຂຶ້ນ​ພາ​ສີ 25% ຕໍ່​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ​ອາ​ເມ​ຣິ​ກາ ເຊິ່ງ​​ຈະປະ​ຕິ​ບັດ​ໄປ​ພ້ອມໆ​ກັບ​ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ. ຕໍ່​ກໍ​ລະ​ນີ​ທີ່​ອາ​ເມ​ຣິ​ກາ​ໃຊ້​ມາດ​ຕະ​ການ​ເຮັດ​ໃຫ້​ສົງ​ຄາມ​ການ​ຄ້າ​ຮຸນ​ແຮງ​ຂຶ້ນ​ນັ້ນ, ຈີນ​ໄດ້​​ຍຶດ​ໝັ້ນຫຼັກ​ການ​ທີ່​ວ່າ:  ບໍ່​ຢາກ​ເຮັດ,ບໍ່​ຢ້ານ​​ກົວ ແລະ​ເມື່ອ​ມີ​​ຄວາມຈຳ​ເປັນ​ກໍ​ຕ້ອງ​ເຂົ້າ​ຮ່ວມ​ສົງ​ຄາມ​ການ​ຄ້າ. 

图片默认标题_fororder_mahlsluslsfhsyfsfe2

​​ຂໍ້​ອ້າງອັນ​ໜຶ່ງ​ທີ່ ອາ​ເມ​ຣິ​ກາ​ກໍ່​ສົງ​ຄາມ​ການ​ຄ້າ ກໍ​ຄື ພິ​ຈາ​ລະ​ນາ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ, ຊ່ວຍ​ຊຸກ​ຍູ້​ໃຫ້​​ອຸດ​ສາ​ຫະ​ກຳການ​ຜະ​ລິດ​​ກັບ​ຄືນ​ສູ່ອາ​ເມ​ຣິ​ກາ​ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ອາ​ເມ​ຣິ​ກາ​ໄດ້ຫຼາຍກວ່າ​ເກົ່າ, ແຕ່​ຜົນ​ຕົວ​ຈິງ​ພັດ​ເຮັດ​ໃຫ້​ຊາວ​ໂລກ​​ຕົກ​ຕະ​ລຶງຫຼາຍ. 
 ຂໍ​ຍົກ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ຈີນ​ມູນ​ຄ່າ 16 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ສົ່ງ​ໄປ​ຂາຍ​ໃຫ້​ອາ​ເມ​ຣິ​ກາ​ເທື່ອ​ນີ້​​ໃຫ້​ເຫັນເປັນ​ຕົວ​ຢ່າງ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ໄດ້​ຈັດ​ງານ​ຟັງ​ຄຳ​ໃຫ້​ການ​ສະ​ເພາະ​ກ່ຽວ​ກັບ​​ການຈະ​ຂຶ້ນ​ພາ​ສີ​ຫຼື​ບໍ່, ມີ​ຜູ້​ຕາງ​ໜ້າ 82 ທ່ານ​ຈາກ​ຂະ​ແໜງ​ການ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ ອຸດ​ສາ​ຫະ​ກຳ​ເຄ​ມີ, ເອ​ເລັກ​ໂຕ​ຣ​ນິກ, ​​​ການ​ຜະ​ລິດພະ​ລັງ​ງານໄຟ​ຟ້າ​ແສງ​ຕາ​ເວັນ​ແລະ​ອື່ນໆ​ໄດ້​ປະ​ກອບ​ຄຳ​ເຫັນ. ເຂົາ​ເຈົ້າ​ຕ່າງ​ກໍ​ເປັນ​ຫ່ວງວ່າ ການ​ຂຶ້ນ​ພາ​ສີ​ຈະ​ເພີ່ມ​ຕົ້ນ​ທຶນ​ການ​ຜະ​ລິດ​ໃຫ້​ວິ​ສາ​ຫະ​ກິດ​ ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ, ໃນ​ທີ່​ສຸດ​ກໍ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ, ປັ່ນ​ທອນ​ກຳ​ລັງ​ແກ່ງ​ແຍ່ງ​ແຂ່ງ​ຂັນຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ອາ​ເມ​ຣິ​ກາ ​ໃນ​ທີ່​ສຸດ​ກໍຈະ​ເຮັດ​ໃຫ້​ບາງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈຳ​ຕ້ອງ​ປິດ​ບໍ​ລິ​​ສັດ​. ສຸດ​ທ້າຍ, ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ງານ​ຟັງ​ຄຳ​ໃຫ້​ການ​ກໍ​ມີ​ພຽງ​ແຕ່ 6 ຄົນ​ເຫັນ​ດີ​ຂຶ້ນ​ພາ​ສີ, ກວມ​ປະ​ມານ 7% ເທົ່າ​ນັ້ນ. 

ຄຳ​ເຫັນ

0