覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ຊີວິດ​ທີ່​ດີງາມ​ດ້ວຍ​ຄວາມ​ດຸ​ໝັ່ນ

2018-08-10 17:10:07 cri

ຄວາມ​ຍິ່ງ​ໃຫຍ່ຂອງ​ພາລະກິດ​ບໍ່​ພຽງ​ແຕ່​ຍ້ອນ​ຄວາມ​ສະຫງ່າ​ງາມ​ຂອງ​ເປົ້າໝາຍ, ​ແຮ່ງ​ຍ້ອນ​ຄວາມ​ສະຫງ່າ​ງາມ​ຂອງ​ຂະ​ບວນການ​ບຸກບືນ​ສູ້​ຊົນ; ຄວາມ​ດີງາມ​ຂອງ​ຊີວິດ​ບໍ່​ພຽງ​ແຕ່​ຍ້ອນການ​ຊົມ​ໃຊ້​ທີ່​ອຸດົມສົມ​ບູນ, ​ແຮ່ງ​ຍ້ອນ​ມີ​ປະສົບ​ປະການ​ທີ່​ອຸດົມ​ສົມບູນ. ​ເວລາ​ຜານ​ໄປ​ທ່າມກາງ​ຟ້າ​ຝົນ​ລົມ​ແດງ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ປະຊາຊົນ​ຈີນ​ບຸກບືນ​ສູ້​ຊົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກຕ່າງໆ​ນານາ, ບຸກໜ້າບືນ​ຕົວ​, ​ໄດ້ຈາລຶກ​ໄວ້​ໃນ​ປະຫວັດສາດ​​ເໝືອນ​ແສງຕາ​ເວັນ​ສາດ​ສ່ອງຂອງ​ຍຸກ​ສະ​ໄໝ ​ແລະ ສ້າງ​ຊີວິດ​ທີ່​ດີງາມ​ຂອງ​ຕົນ.
 

ຍັງ​ຈື່​ໄດ້​ວ່າ, ​ເມື່ອ​ຫາ​ກໍ່ສ້າງ​ຕັ້ງສາທາລະນະ​ລັດ​ປະຊາຊົນ​ຈີນ​ຂຶ້ນ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື ​GDP  ຂອງ​ຈີນມີ​ພຽງ​ແຕ່ 10 ກວ່າ​ຕື້​ໂດ​ລາ​ສະຫະລັດ​ເທົ່າ​ນັ້ນ, ຕອນ​ນັ້ນ​ເກືອບ​ບໍ່​ມີ​ອຸດສາຫະກຳ​ໜັກ​ເລີຍ ​ແລະ ອຸດສາ​ຫະກຳ​ເບົາ​ມີ​ພຽງ​ແຕ່​ອຸດສາຫະກຳຕ່ຳ​ແຜ່ນບໍ່​ເທົ່າ​ໃດ​ແຫ່ງ​ເທົ່າ​ນັ້ນ. ປະທານ​ເໝົາ​ເຈີ​ຕົ່ງ ​ໄດ້ທອດ​ຖອນ​ໃຈ​ຢ່າງ​ແຮງ​ແລະ​ເວົ້າ​ວ່າ: ພວກ​ເຮົາ​ນອກຈາກ​ສາມາດ​​ເຮັດ​ໂຕະ​ຕັ່ງ, ​ເຕົ້າຊາ​ຖ້ວຍຊາ​ແລ້ວ ອັນ​ອື່ນ ​ເຊັ່ນ: ລົດ, ​ເຮືອບິນ, ລົດ​ຕັງ, ລົດຕັກ​ເຕີ​ກໍ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ຜະລິດ​ໄດ້. ​ຢູ່​ບົນ​ພື້ນຖານ​ຄວາມ​ທຸກ​ຍາກ​ຈົນ​ເກືອບ​ຂາດ​ເຂີນ​ທຸກ​ສິ່ງ​ທຸກຢ່າງ ​ແລະ ​ເຕັມ​ໄປ​ດ້ວຍ​ຊາກ​ສະຫຼັກຫັກ​ພັງ​ທີ່​ເກີດ​ຈາກ​ສົງຄາມ ພວກ​ເຮົາ​ສາມາດ​ຕ້ານ​ກັບການ​ປິດ​ລ້ອມ​ທາງ​ການ​ທະຫານ​ແ​ລະກາ​ນຂວ້ຳບາດ​ທາງ​ດ້ານ​ເສດຖະກິດ​ຢ່າງຮອບດ້ານຈາກ​ຈັກກະພັດ​ນິຍົມ, ສາມາດ​ຕ້ານ​ກັບ​ໄພ​ຂົ່ມຂູ່​ທີ່​ໜັກໜ່ວງ​ຂອງ​ແປວ​ໄຟ​ສົງຄາມ​ທີ່​ແຜ່​ລາມ​ມາ​ເຖິງ​ແຄມ​ແມ່​ນ້ຳ​ຢ່າ​ລູ້, ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ສຸດ​ຂີດ​ທີ່​ເກີດ​ຈາກ​ໄພພິບັດ​ທາງທຳ​ມະ​ຊາດ 3 ປີຕິ​ດຕໍ່​ກັນ... ​ຈາກ​ນັ້ນມາ​, ພວກ​ເຮົາ​ກໍ​ສາມາດສ້າງ​ລະບົບ​ອຸດສາຫະກຳ​ແລະລະບົບ​ເສດຖະກິດ​ແຫ່ງ​ຊາດທີ່​​ເປັນ​ເອກະລາດ ​ແລະ ອ່າວ​ສົມບູນ​ຄົບ​ຖ້ວນ, ຖອນ​ໝວກ​ແຫ່ງ “ປະ​ເທດ​ຂາດ​ເຂີນ​ນ້ຳມັນ” ​ອອກ, ​ສາມາດ​ຜະລິດ​ລົດ​ຫຍີ່ຫໍ້​ເຈ​ຟ້າ​ງ ​ແລະ ລົດ​ຕັກ​ເຕີ​ຕົ່ງ​ຟ່າງ​ຫົງຂອງ​ຕົນ, ສາມາດ​ຄົ້ນຄວ້າ​-ຜະລິດຂີ​ປະ​ນາ​ວຸດ, ລະ​ເບີດ​ປະລະມານູ ​ແລະ ດາວ​ທຽມ ທີ່​ສັ່ນ​ສະ​ເທືອ​ນ​​ໄປທົ່ວໂລກ...ປະຊາຊົນ​ຈີນ​ເພິ່ງ​ກຳລັງ​ຕົນ​ເອງ, ຕໍ່ສູ້​ຢ່າງ​ທໍລະ​ຫົດ​ອົດທົນ ​ແລະ​ສາມາດ​ຢືນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ທັງໃນ​ດ້ານການ​ເມືອງ​ແລະ​ເສດຖະກິດ, ​ໂສມ​ໜ້າ​ຂອງປະ​ເທດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ.
 

ຍັງ​ຈື່​ໄດ້​ວ່າ, ​ເມື່ອ​ຫາ​ກໍ່​ປະຕິ​ຮູບ​ແລະເປີດ​ປະຕູສູ່​ພາຍ​ນອກ ບັດ​ຊື້​ສະບຽງ, ບັດ​ຊື້​ນ້ຳມັນ, ບັດ​ຊື້​ຊີ້ນ, ບັດ​ຊື້​​ແຜ່ນຜ້າ ​ແລະ​ອື່ນໆ ລ້ວນ​ແຕ່​ແມ່ນ​ສິ່ງ​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ຈີນ ຈົນຮອດການ​ຊື້​ນ້ຳຕານ, ຂະໜົມ, ກັບ​ຂີດ​ໄຟ ​ແລະ ສະບູ ກໍ​ລ້ວນ​ແຕ່​ຕ້ອງ​ມີ​ບັດ​ທີ່​ກ່ຽວຂ້ອງ; ຫຼາຍ​ເພດ​ໄວຢູ່​ຮ່ວມ​ຫ້ອງ​ດຽວກັນ​ຢ່າງ​ແອ​ອັດເປັນ​ສະພາບ​ທີ່ມີ​ຢູ່​ທົ່ວ​ໄປ, ​ເຮືອນ​ບໍ່​ຕົບ​ແຕ່ງ, ​ເຮືອນ​ຫຍ້າ​ຄາ, ຕຶກ​ທີ່​ຫ້ອງຕ່າງໆ​ມີ​ລະບຽງ​ຮ່ວມ​ກັນ, ຫຼາຍໆ​ຄອບຄົວ​ຢູ່​ຕຶກ​ດຽວ​ກັນ​ຢ່າງ​ແອ​ອັດ​ແລະ​ມີ​ເດີ່ນຫຼິ້ນ​ແຫ່ງ​​ດຽວ, ນີ້​ກໍ​ຄື​ພາບ​​ຊີວິດ​ຂອງ​ປະຊາຊົນ​ໃ​ນຕົວ​ເມືອງ​ແລະ​ຊົນນະບົດ; ລົດຖີບ, ​ໂມງ​​ໃສ່ແຂນ, ຈັກ​ຫຍິບ ​ແລະ ​ເຄື່ອງຮັບ​ວິທະຍຸ ສິ່ງ​ເຫຼົ່ານີ້​ຖືກ​ຂະໜານ​ນາມ​ວ່າ “ສາມ​ໝູນ​ໜຶ່ງ​ສຽງ” ​ໄດ້​ກາຍ​ເປັນສິ່ງ​ລ້ຳ​ຄ່າຂອງ​ປະຊາຊົນ​ໃນ​ຊີວິດ​ປະຈຳ​ວັນ; ​ໄລຍະ​ນັ້ນ, ສະໜາມ​ບິນ​​ເດີ​ໂກ​ເລ​ປະ​ເທດ​ຝຣັ່ງສາມາດ​ໃຫ້​ຍົນ​ຂຶ້ນລົງ​ໄດ້​ເຖິງ 60 ຖ້ຽວພາຍ​ໃນ​ໜຶ່ງ​ຊົ່ວ​ໂມງ​, ​ແຕ່​ສະໜາມ​ບິນ​ສາກົນ​ນະຄອນຫຼວງປັກ​ກິ່ງສາມາດ​ໃຫ້​ຍົນ​ຂຶ້ນລົງ​ໄດ້ພຽງ​ແຕ່​ 2 ຖ້ຽວ​ເທົ່າ​ນັ້ນພາຍ​ໃນ​ເວລາ​ໜຶ່ງ​ຊົ່ວ​ໂມງ; ​​ໃນ​ຮ້ານ​ຄ້າ​ຂະໜາດ​ໃຫຍ່​ຂອງ​ນະຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່ປຸ່ນ​ມີ​ສິນຄ້າ​ເຖິງ 5 ​ແສນ​ປະ​ເພດ, ​ແຕ່​ຢູ່​ໃນ​ຕຶກ​ສັບພະ​ສິນຄ້າ ຖະໜົນ​ຫວາງ​ຝູຈິງ ນະຄອນຫຼວງປັກ​ກິ່ງ ມີ​ພຽງ​ແຕ່ 22.000 ປະ​ເພດ​ເທົ່າ​ນັ້ນ...​ຢູ່​ໃນ​ເງື່ອນ​ໄຂ​ທີ່​ເຂົ້າ​ຂອງ​ເຄື່ອງ​ໃຊ້​ຂາດ​ເຂີນ​ທີ່​ສຸດ, ຊີວິດ​ມີ​ຄວາມທຸກ​ຍາກ ​ແລະ ​ເສດຖະກິດ​ແຫ່ງ​ຊາດ​ເກືອບ​ຈະ​ພັງ​ທະລາ​ຍນັ້ນ, ພວກ​ເຮົາ​ໄດ້​ທຳ​ການ​ຕົກລົງ​ຂັ້ນຍຸດ​ທະ​ສາດຢ່າງ​ເດັດດ່ຽວ ຄື ຖື​ເອົາ​ການ​ສ້າງສາ​ເສດຖະກິດ​ເປັນ​ຕົ້ນຕໍ, ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ມ້າງແອກ​ແຫ່ງ​ແນວ​ຄິດ​ທັດສະນະ, ທຳລາຍ​ສິ່ງ​ກີດຂວາງ​ດ້ານ​ໂຄງ​ປະກອບ ​ແລະ ກົນ​ໄກ, ​ໃນ​ທີ່​ສຸດ​ກໍ​ສາມາດ​ເດີນ​ໄປ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ພວກ​ເຮົາປະສົບ​ຄວາມ​ຍາກລຳບາກ​ໃນ​ການ​ປະຕິຮູບ​ດ້ານ​​ລາຄາສິນຄ້າ, ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ການ​ຂວ້ຳ​ບາດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ, ​ໄດ້​​ຜ່ານ​ຜ່າພາຍຸ​ວິ​ກິດ​ການ​ທາງ​ການ​ເງິນ​ອາຊີ​ ກໍ​ຄື​ວິ​ກິດ​ການ​ທາງ​ການ​ເງິນ​ໂລກ, ​ໄດ້​ປະສົບການ​ທົດ​ສອບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ​ຂະໜາດ​ໃຫຍ່​ພິລຶກ, ​ແຜ່ນດິນ​ໄຫວ​ຂະໜາດ​ໃຫຍ່​ພິລຶກ, ພະຍາດ​ຊາສລະບາດ​​ເປັນ​ບໍລິ​ເວນ​ກວ້າງ ​ແລະ​ອື່ນໆ. ພວກ​ເຮົາສາມາດ​ຝຶກ​ລອຍ​ນ້ຳ​ໃນ​ທະ​ເລ, ມີ​ຄວາມໝັ້ນໜຽວ​ກ້າ​ແກ່ນຍິ່ງ​ຂຶ້ນຫຼັງທົດ​ສອບ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ, ກຳລັງ​ດ້ານ​ເສດຖະກິດ, ກຳລັງ​ດ້ານ​ວິທະຍາສາດ​ເຕັກນິກ, ກຳລັງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ກຳລັງ​ສັງ​ລວມຂອງ​ຈີນ​ໄດ້​ພັດທະນາ​ແບບກ້າວ​ກະ​ໂດດ​ທີ່​ມີ​ລັກສະນະ​ຄັ້ງປະຫວັດສາດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໄດ້​ອຳ​ລາຍຸກ​ສະ​ໄໝ​ແຫ່ງ “ບັດ​ຊື້​ເຄື່ອງ”, ​ເດີນ​ຜ່ານ “ຍຸກ​ກິນ​ອີ່ມ​ນຸ່ງ​ອຸ່ນ” ​ແລະ ຕ້ອນຮັບຍຸກ “ອີ່ມ​ໜຳ​ສຳລານ​ຮອບດ້ານ”.
 

ຄວາມ​ສຸກ​ໄດ້​ມາ​ຈາກ​ຄວາມ​ພະ​ຍາ​ຍາມ​ສູ້​ຊົນ​ດ້ວຍ​ຄວາມ​ລຳ​ບາກ. ທຸກ​ມື້​ນີ້,  ຈີນ​ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​ໄດ້​ສ້າງ​ໃຫ້​ມີ​ເຄືອ​ຂ່າຍ​ປະ​ກັນ​ສັງ​ຄົມ​ທີ່​ໃຫຍ​ທີ່​ສຸດ​ຂອງ​ໂລກ ເຊິ່ງ​ປົກ​ຄຸມ​ປະ​ຊາ​ກອນ 1,3 ຕື້ກວ່າ​ຄົນ, ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ການ​ເຮັດ​ໃຫ້ປະ​ຊາ​ຊົນຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ 13 ລ້ານກວ່າ​ຄົນ​ຕໍ່​ປີ, ສ້າງ​ຜົນ​ສຳ​ເລັດ​​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ຄື ເດັກ​ນ້ອຍ​ໄດ້​ຮັບ​ການ​ລ້ຽງ​ດູ​ເບິ່ງ​ແຍງ,ໄດ້​ຮັບ​ການ​ສຶກ​ສາ, ອອກ​ແຮງ​ງານ​ຈະ​ໄດ້​ລາຍ​ຮັບ, ເມື່ອ​ເຈັບ​ເປັນ​ມີ​ເງິນ​ປິ່ນ​ປົວ, ເມື່ອ​ເຖົ້າ​ແກ່​ມີ​ເງິນ​ລ້ຽງ​ຊີບ, ມີ​ເຮືອນ​ຢູ່,ກຸ່ມ​ຄົນ​ດ້ອຍ​ໂອ​ກາດ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ. ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເກາະ​ແຂນ​ກັນ​ເລັ່ງ​ມຸ່ງ​ໜ້າ​ໄປ​ສູ່​ຄວາມ​ຝັນ​ຮ້ອຍ​ປີ​ທີ່​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ຮອບ​ດ້ານ​ໃຫ້​ສຳ​ເລັດ… ​ ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ແລະ​ໜ້າ​ປິ​ຕິ​ຊົມ​ຊື່ນ​ເຫຼົ່າ​ນີ້ແມ່ນ​ປະ​ຊາ​ຊົນ​ຈີນ​ຍາດ​ມາ​ໄດ້​ຈາກການບາກ​ບັ່ນພະ​ຍາ​ຍາມ​ສູ້​ຊົນ​ດ້ວຍ​ຄວາມ​ດຸ​ໝັ່ນ​ພາກ​ພຽນ,ສູ້​ທຸກ​ທົນ​ຍາກ​ເພື່ອ​ບັນ​ລຸ​ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ສະ​ແຫວງ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ. 

ໃນ​ເວ​ລາ​ກ່າວ​ປາ​ໄສ​ຢູ່​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ປະ​ເທດບ​ຣິກ​ສ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຈ​ຮັນ​ເນັ​ສ​ເບີກ​ປະ​ເທດ​ອາ​ຟ​ຣິກ​ກາ​ໃຕ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຍົກ​ເອົາ​ຄຳ​ບູ​ຮານ​ຈີນ​ທີ່​ວ່າ  “ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ຈະ​ຊ່ວຍ​ໃຫ້ປະ​ສົບ​ຜົນ​ສຳ​ເລັດ”ເພື່ອ​ສະຫຼຸບ​ແລະ​ພັນ​ລະ​ນາ​ຂະ​ບວນ​ວິ​ວັດ​ການ​ພັດ​ທະ​ນາ​ທີ່​ບໍ່​ທຳ​ມະ​ດາ​ແລະ​ມີ​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ທີ່​ໄດ້​ມາ​ຈາກ​ການ​ຜ່ານ​​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ​ແລະ​ບາກ​ບັ່ນ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ຂອງ​ຈີນ. ນີ້​ຄື​ຂໍ້​ສະຫຼຸບ​ໃນ​ປະ​ຫວັດ​ສາດ, ຍິ່ງ​ເປັນ​ກຳ​ລັງ​ແຮງ​ໃຈ​ທີ່​ໄດ້​ມາ​ຈາກ​ຄວາມ​ເປັນ​ຈິງ​ໃນ​ປັດ​ຈຸ​ບັນ​ແລະ​ບົ່ງ​ບອກ​ເຖິງ​ອະ​ນາ​ຄົດ​ທີ່​ດີ​ງາມ. ຈີນ​ຄືເຊື້ອ​ຊາດ​ທີ່​ເກົ່າ​ແກ່,ປະ​ເທດ​ທີ່​ໜຸ່ມ​ແໜ້ນ, ປະ​ຊາ​ຊົນ​​ຈີນນັບ​ເປັນ​ຕື້ກວ່າ​ຄົນ​ທີ່​ກຳ​ລັງ​ພະ​ຍາ​ຍາມ​ສູ້​ຊົນ​ສະ​ແຫວງ​ຫາ​ຊີ​ວິດ​ທີ່​ມີ​ຄວາມ​ສຸກ, ເມື່ອ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ​ແລ້ວ​ໄດ້​ສ້າງ​ຜົນ​ສຳ​ເລັດ​ທີ່​ໜ້າ​ພາກ​ພູມ​ໃຈ​ໃນ​ທຸກ​ມື້​ນີ້ ແລະ​ກໍ​ຈະ​ສືບ​ຕໍ່​ບຸກ​ບືນ​ດ້ວຍ​ຄວາມ​ກ້າ​ຫານ​ເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າຢ່າງ​ແນ່ນອນ.

 

ຄຳ​ເຫັນ

0