尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວ​ນ​ຊົນ ສ​ປ​ປ ເກົາ​ຫຼີ​ກ່າວ​ວ່າ ການ​ອອກ​ຖະ​ແຫຼງ​ການ​​ຢຸດ​ຕິ​ສົງ​ຄາມ​ແມ່ນ​ບາດ​ກ້າວ​ທຳ​ອິດ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ

2018-08-10 16:42:01 cri

ໜັງ​ສື​ພິ​ມ​ໂຣ​ໂດງ​ຊິນ​ມຸນຂອງ ສ​ປ​ປ ເກົາ​ຫຼີ​ສະ​ບັບ​ວັນ​ທີ 9 ສິງ​​ຫາ​ນີ້ໄດ້​ລົງ​ບົດ​ຄວາມບົດ​ໜຶ່ງ​ໂດຍ​ຂຽນ​ວ່າ: ການ​ອອກ​ຖະ​ແຫຼງ​ການຢຸດ​ຕິ​ສົງ​ຄາມ​ແມ່ນ​ບາດ​ກ້າວ​ທຳ​ອິດ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ,ທັງ​ແມ່ນ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຂອງ​ຍຸກ​ສ​ະ​ໄໝ, “ປັດ​ຈຸ​ບັນແມ່ນ​ໂອ​ກາດ​ທີ່ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ-ອາ​ເມຣິ​ກາ​​ເຂົ້າ​ສູ່​ໄລຍະ​ຂອງ​ການ​​ອອກຖະ​ແຫຼງ​ການ​ຢຸດ​ຕິ​ສົງ​ຄາມ​ແລ້ວ”.
 

ບົດ​ຄວາມ​ຂຽນ​ວ່າ,ຍ້ອນ​ສົງ​ຄາມ ເກົາ​ຫຼີ ໃນ​ຊຸມ​ປີ 1950, ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ-ອາ​ເມ​ຣິ​ກາ​ໄດ້​ກາຍ​ເປັນ​ການ​ພົວ​ພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນຮຸນ​ແຮງ​ທີ່​ສຸດ. ເຖິງວ່າ​ໄດ້​ຢຸດ​ຕິສົງ​ຄາມ​ຍ້ອນ​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຢຸດ​ຕິ​ສົງ​ຄາມ​ກໍ່​ຕາມ,ແຕ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍໃນ​ດ້ານ​ເຕັກ​ນິກ​ແລ້ວ​ຍັງ​ຢູ່​ໃນ​ສະ​ພາບ​ສົງ​ຄາມ​ຄື​ເກົ່າ,ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​​ມີ​ຄວາມ​ບໍ່ໄວ້​ເນື້ອ​ເຊື່ອ​ໃຈ​​ກັນແລະ​ເປັນ​ປໍ​ລະ​ປັກ​ກັນຢ່າງ​ຕໍ່​ເນື່ອງ​ຄື​ເກົ່າ. ການ​ຈັດ​ການ​ພົບ​ປະ​ຜູ້​ນຳ ສ​ປ​ປ ເກົາ​ຫຼີ - ອາ​ເມ​ຣິ​ກາ​ຢູ່​ສິງ​ກະ​ໂປ​ກໍ່​ມີ​ຈຸດ​ປະ​ສົງອັນ​ສູງ​ສົ່ງ​ເພື່ອ​ສິ້ນ​ສຸດ​ການ​ພົວ​ພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ກໍ່​ຄື​ຂອງ​ໂລກ. ປັດ​ຈຸ​ບັນ​ນີ້,ແມ່ນ​ໂອ​ກາດ​ດີ​ແລ້ວ​ທີ່​ຈະ​ກ້າວເຂົ້າ​ສູ່​ໄລຍະ​ຂອງ​ການ​ອອກ​ຖະ​ແຫຼງ​ການ​ຢຸດ​ຕິ​ສົງ​ຄາມ​.

ຄຳ​ເຫັນ

0