黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ດີ​ຈີ​ຕອນ​ອາ​ຊຽນຈັດ​ຂຶ້ນຢູ່​ນະຄອນຫຼວງບາງກອກ

2018-08-10 14:36:50 CRI

ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ດີ​ຈີ​ຕອນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ສິງຫາ​ນີ້ຢູ່ນະຄອນຫຼວງບາງກອກ ປະ​ເທດ​ໄທ ​ເພື່ອ​ສຸມ​ໃສ່​ປຶກສາ​ຫາລື​ສະພາບ​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ​ຂອງ​ໄທ​ແລະ​ອາ​ຊຽນ​ໃນປັດຈຸບັນ ​ແລະກຳລັງ​ຊຸກ​ດັນ​ໃນ​ຕໍ່ໜ້າ ພາຍ​ໃຕ້ຫົວ​ຂໍ້​ບົດບາດ​​ເຕັກ​ໂນ​ໂລ​ຊີບຼອກ​ເຊ​ນ (Blockchain technology ຫຼື BT) ທີ່​ມີຕໍ່​ເສດຖະກິດ​ດີ​ຈີ​ຕອນ, ສະພາບ​ການລົງທຶນ-​ລະດົມ​ທຶນ​ຂອງ​ຂະ​ແໜງ​ການທີ່ກ່ຽວຂ້ອງ ​ແລະ​ອື່ນໆ.

ທ່ານພິ​ເຊ​ດ ດຸຣົງຄະ​ເວ​ໂຣດ ລັດຖະມົນຕີ​ກະຊວງ​ດີ​ຈີ​ຕອນ​ເພື່ອ​​ເສດຖະກິດແລະ​ສັງຄົມ ​ໄດ້​ກ່າວ​ປາ​ໄສ​​ໃນ​ກອງ​ປະຊຸມວ່າ: ບັນດາປະ​ເທດ​ໃນອາ​ຊຽນລວມທັງ​ປະ​ເທດໄທ ​ແລະ ຈີນ​ລ້ວນ​ແຕ່​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ, ລັດຖະບານ​ໄທ​​ໄດ້​ສຸມ​ໃສ່​ການ​ກໍ່ສ້າງລະບົບຕາໜ່າງອິນ​ເຕີ​ເນັດ​ໃຫ້​ສົມບູນ. ​ເສດຖະກິດ​ດີ​ຈີ​ຕອນ​ເປັນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ເສດຖະກິດ​ໄທ ​ແລະ ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ ລວມທັງ​ຈີນ​ເຂົ້າຮ່ວມ​ຂະ​ບວນການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ. ປັດຈຸບັນ, ​ໄທ​​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ສ້າງ​ກົດໝາຍ​ກ່ຽວ​ກັບ​ດີ​ຈີ​ຕອນ ​ເພື່ອ​ປົກ​ປັກຮັກສາ​ສິດຜົນປະ​ໂຫຍ​ດ ​ແລະ ​ການ​ເປັນ​ສ່ວນ​ຕົວ​ຂອງ​ຜູ້​ຊົມ​ໃຊ້.

ທ່ານ​ກອນ ທັບ​ພະລັງ​ສີ ປະທານ​ສະມາຄົມ​​ມິດຕະພາບ​ໄທ-ຈີນ ກໍ​ປາ​ໄສ​ວ່າ: ​ໄທ​ໄດ້​ວາງ​ຍຸດ​ທະ​ສາດ “​ໄທ 4.0”, ​ໄທ​ໄດ້​ກຽມ​ຄວາມ​ພ້ອມ​ແລ້ວ​ທີ່​ຈະຊຸກຍູ້ເສດຖະກິດ​ດີ​ຈີ​ຕອນ.

ຄຳ​ເຫັນ

0