黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະ​ເຈລະຈາ​ຂັ້ນສູງ​ລະຫວ່າງ​ ສ.​ເກົາຫຼີ-ສປປ ​ເກົາຫຼີ ຈະ​ຈັດ​ຂຶ້ນ​ໃນ​ອາທິດ​ໜ້າ

2018-08-10 14:35:57 CRI

ກະຊວງ​ທ້ອນ​ໂຮມ​​ເພື່ອ​ຄວາມ​ເປັນ​ເອກະ​ພາບ ສ.​ເກົາຫຼີ ​ໄດ້​ປະກາດ​ໃນ​ວັນ​ທີ 9 ສິງຫາ​ນີ້​ວ່າ: ສ.​ເກົາຫຼີ ​ແລະ ສປປ ​ເກົາຫຼີ ຈະຈັດການ​ພົບ​ປະ​ເຈລະຈາ​ຂັ້ນສູງໃນ​ວັນ​ທີ 13 ສິງຫາ​ນີ້ຢູ່​ຕຶກ​ທ້ອນ​ໂຮມ​ເພື່ອ​ຄວາມເປັນ​ເອກະ​ພາບ​ຢູ່​ເຂດ​ປານ​ມູນ​ຈອມ​ເບື້ອງ ສປປ ​ເກົາຫຼີ ​​ເພື່ອ​ປຶກສາ​ຫາລື​ແຜນການ​ປະຕິບັດ “ຖະ​ແຫຼງການ​ປານ​ມູນ​ຈອມ”.

ກະຊວງ​ທ້ອນ​ໂຮມ​​​ເພື່ອ​ຄວາມເປັນ​ເອກະ​ພາບ ສ.​ເກົາຫຼີ ຖະ​ແຫຼງວ່າ: ຕອນ​ເຊົ້າວັນດັ່ງກ່າວ, ສປປ ​ເກົາຫຼີ ​ໄດ້​ສະ​ເໜີ​ຕໍ່ ສ.​ເກົາຫຼີກ່ຽວ​ກັບ​ການ​ຈັດການ​ພົບ​ປະ​ເຈລະຈາ​ຂັ້ນສູງ ​ເພື່ອ​ຕີ​ລາຄາ​ຄືນສະພາບ​ກາ​ນປະຕິບັດ “ຖະ​ແຫຼງການ​ປານ​ມູນ​ຈອມ” ​ແລະ ປຶກສາ​ຫາລື​ວຽກ​ງານ​ກະກຽມ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ ສ.​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ແລະ​ບັນຫາ​ອື່ນໆ ຝ່າຍ​ຕົນ​ກໍ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ​ແລ້ວ.

ຂ່າວ​ລາຍງານ​ຕື່ມ​ວ່າ: ທ່ານ​ໂຈ​ມຽ​ງ​ເກິນ ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​​ເພື່ອ​ຄວາມ​ເປັນ​ເອກະ​ພາບ ສ.​ເກົາຫຼີ ຈະ​ເປັນ​ຫົວໜ້າ​ຄະນະ​ຜູ້​ແທນ ​ແລະ ນຳ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ການ​ພົບ​ປະ​ເຈລະຈາ​ກັນ​ຂັ້ນສູງ​ເທື່ອ​ນີ້ ​ເພື່ອ​ປຶກສາ​ຫາລື​ກັບ​ຝ່າຍ ສປປ ​ເກົາຫຼີຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​​ແຜນການ​ຊຸກຍູ້​ການ​ປະຕິບັດ “ຖະ​ແຫຼງການ​ປານ​ມູນ​ຈອມ” ​ແລະ ວຽກ​ງານ​ທີ່​ສອງ​ຝ່າຍ​ຕ້ອງການ​ປຶກສາ​ຫາລື​ເພື່ອ​ຈັດການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຂອງ​ສອງ​ຝ່າຍ.

ຄຳ​ເຫັນ

0