覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ປະ​ກອບ​ອາ​ວຸດ​ປາ​ແລັ​ສ​ຕິນ​ຢູ່​ເຂດ​ກາ​ຊາ​ປະ​ກາດ​ຢຸດ​ຍິງ

2018-08-10 09:53:52 cri
ວັນທີ 19 ສິງຫາ​ນີ້,  ກຸ່ມປະກອບ​ອາວຸດປາແລັ​ສ​ຕິນຢູ່ເຂດ​ກາ​ຊາ​ໄດ້​ປະ​ກາດ​ຢຸດຍິງ​ກັບ​ອິດ​ສະຣາ​ແອນໂດຍ​ຢືນຢັນວ່າ ການປະທະກັນຮອບ​ນີ້​ໄດ້​ສິ້ນສຸດ​ແລ້ວ, ສ່ວນການ​ຢຸດຍິງຈະສາ​ມາດບັນລຸຜົນເປັນຈິງຫຼື​ບໍ່​ແມ່ນຂຶ້ນ​ກັບ​ການກະທຳບາດ​ກ້າວ​ຕໍ່​ໄປ​ຂອງອິດ​ສະ​ຣາ​ແອນ.


 ທຳນຽບປະທານາທິ​ບໍ​ດີປາ​ແລັ​ສ​ຕິນ​ໄດ້​ອອກ​ຖະ​ແຫຼງການໃນວັນທີ 9 ສິງຫາ​ນີ້ວ່າ: ທ່ານ​ອັບ​ບັສ ເຄຍໂຣຕາ​ມີ ປະ​ທານາທິ​ບໍ​ດີ​ປາ​ແລັຕິນ​ກຳ​ລັງ​ຕິດ​ຕໍ່​ພົວ​ພັນ​ກັບບັນດາຝ່າຍທີ່​ກ່ຽວ​ຂ້ອງ​ຂອງປະຊາຄົມໂລກ​ຢ່າງ​ຈິງຈັງ ເພື່ອ​ຮຽ​ກຮ້ອງໃຫ້ປະຊາຄົມໂລກເຂົ້າແຊກແຊງ​ຢ່າງ​ສຸກ​ເສີນ​ໃນ​ການ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ຮຸນ​ແຮງ​ຂຶ້ນ​ຕື່ມ​ຂອງອິດສະຣາແອນ​ຢູ່​ເຂດກາຊາ ເພື່ອຫຼີກເວັ້ນບໍ່ໃຫ້ສ້າງຜົນເສຍຫາຍແລະຄວາມວຸ້ນ​ວາຍແກ່ພາກພື້ນ​ນີ້​ຫຼາຍກວ່າເກົ່າ. 

ໃນບໍ່ເທົ່າໃດເດືອນ​ມານີ້,ກຸ່ມປະກອບ​ອາວຸດປາແລັຕິນ​ຢູ່​ເຂດກາຊາ​ໄດ້​ຍິງ​ຈະຫຼວດ​ແລະ​ລູກປືນໃຫຍ່ໃສ່ພາກໃຕ້ອິດ​ສະ​ຣາ​ແອນຫຼາຍເທື່ອ ແລະ​ຍິງ​ປະ​ທະກັນກັບກອງທັບອິດ​ສະ​ຣາ​ແອນທີ່​ພາກ​ເໜືອກາຊາ. ອິດ​ສະ​ຣາ​ແອນ​ໄດ້​ເພີ່ມທະ​ວີການຖິ້ມລະເບີດແລະປິດລ້ອມເຂດ​ກາ​ຊາ ເຊິ່ງ​ເຮັດໃຫ້ສະຖາ​ນະ​ການຢູ່ພາກພື້ນມີຄວາມເຄັ່ງຕຶງ​ຢ່າງ​ຕໍ່​ເນື່ອງ. 

ຄຳ​ເຫັນ

0