尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ວັງ “ຮູ​ດຳອາ​ເມ​ຣິ​ກາ” ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ຖອຍ​ຫຼັງ

2018-08-10 17:08:58 cri

图片默认标题_fororder_1

ວັນ​ທີ 8 ພຶດ​ສະ​ພາ​ປີ​ນີ້, ວໍ​ຊິງ​ຕັນ​ປະ​ກາດ​ຢ່າງ​ເປີດ​ເຜີຍ​ວ່າ, ຈະຖອນ​ຕົວ​ອອກ​ຈາກ​ສັນ​ຍາຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ທີ່​ລົງ​ນາມ​ເມື່ອ​ປີ 2015. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​​ມີ​ຜົນ​ສະ​ທ້ອນ​ຄັ້ງ​ທຳ​ອິດ​ເລີ່ມ​ແຕ່ 0:01 ໂມງວັນ​ທີ 7 ສິງ​ຫາ​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ອາ​ເມ​ຣິ​ການີ້​ຄື: ອາ​ເມ​ຣິ​ກາ​ໄດ້​ຮື້​ຟື້ນ​ການ​ຂວ້ຳ​ບາດ​ຮອບ​ດ້ານ​ຕໍ່ເສດ​ຖະ​ກິດ​ອີ​ຣານສ່ວນ​ໜຶ່ງ, ກ່ຽວ​​ພັນເຖິງ​ຂະ​ແໜງ​ການ​ລົດ​ຍົນ, ຂະ​ແໜງການ​ບິນ, ຄຳ​ແລະ​ການ​ຊື້​ຂາຍ​ໂລ​ຫະ​ຕົ້ນ​ຕໍ​ອື່ນໆ. ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້ຂົ່ມ​ຂູ່​ວ່າ, ​ຖ້າໃຜ​​ຮັກ​ສາ​ການ​ພົວ​ພັນ​ທາງ​ການ​ຄ້າ​ກັບ​ອີ​ຣານ, ກໍ​ບໍ່​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ອາ​ເມ​ຣິ​ກາໄດ້. ຂ່າວ​ແຈ້ງວ່າ, ກຸ່ມ​ບໍ​ລິ​ສັດຜະ​ລິດ​ລົດ​ຍົນ PSA Peugeot Citroen ແລະກຸ່ມ​ບໍ​ລິ​ສັດ Renault ​ຂອງ​ຝ​ຣັ່ງ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເລື່ອງ​ນີ້, ກຸ່ມ​ບໍ​ລິ​ສັດ PSA Peugeot Citroen ໄດ້​ຢຸດ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ອີ​ຣານ​ເປັນການ​ຊົ່ວ​ຄາວ​, ຈຳ​ນວນ​ຂາ​ຍ​ລົດ​ຢູ່​ອີ​ຣານ​ຂອງບໍ​ລິ​ສັດ Renault ​ໃນ 6 ເດືອນ​ຕົ້ນ​ປີ​ນີ້​ໄດ້​ຫຼຸດ​ລົງ​ຫຼາຍກວ່າ 10%.
 

ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ປັດ​ຈຸ​ບັນ​ປະ​ຕິ​ບັດ​ນັ້ນ​ປຽບ​ເໝືອນ “ຮູ​ດຳ” ຕ່າງໆໃນ​ອະ​ວະ​ກາດ, ​ຢູ່​ຮູ​ມືດ​ທີ່​ຄົນ​ທັງ​ຫຼາຍ​​ເບິ່ງ​ບໍ່​ເຫັນ​ນັ້ນ, ອາ​ເມ​ຣິ​ກາໃຊ້​ກຳ​ລັງ​ຂອງ​ຕົນ​ທຳ​ລາຍ​ຈຸດ​ເດັ່ນ​ຕ່າງໆ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​​ໂລກ. ການ​ທີ່​ຖອນ​ຕົວ​ອອກ​ຈາກ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼ​ຍ​ອີ​ຣານ​ແລະຮື້​ຟື້ນ​​ການ​ຂວ້ຳ​ບາດ​ຮອບ​ດ້ານ​ຕໍ່​ອີ​ຣານ​ກໍ​ແມ່ນ​ໜຶ່ງ​ໃນ “ຮູ​ດຳ” ດັ່ງ​ກ່າວ.
 

ນະ​ໂຍ​ບາຍ​ນີ້​ຄື “ຮູ​ດຳ” ມີ​ບົດ​ບາດ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​ໂລກ​ອາດ​ຈະ​ປາ​ກົດ​ອອກ​​ໃຫ້​ເຫັນຫຼາຍກວ່າ​ເກົ່າ​ຫຼັງ​ວັນ​ທີ 5 ພະ​ຈິກ, ຮອດ​ເວ​ລາ​ນັ້ນ​ອາເມ​ຣິ​ກາ​ຈະ​ເປີດ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ຄືນ​ໃໝ່​ໃນ​ໄລ​ຍະ​ທີ​ສອງ, ແລະ​ກ່ຽວ​ພັນ​ເຖິງ​ຂະ​ແໜງ​ການ​ພະ​ລັງ​ງານ, ການ​ຊື້​ຂາຍ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ການ​​ທະ​ນາ​ຄານ. ວໍ​ຊິງ​ຕັນ​ໄດ້​ຂົ່ມ​ຂູ່​ວ່າ​ຮອດ​ເວ​ລາ​ນັ້ນ​ຈະ​ເຮັດ​ໃຫ້​ການ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ອີ​ຣານ​ຫຼຸດ​ເປັນ​ສູນ. ໃນ​ຖາ​ນະ​ເປັນ​ຂະ​ແໜງ​ການ​ເສົາ​ຄ້ຳ​ຂອງ​ອີ​ຣານ, ນ້ຳ​ມັນ​ເຊື້ອ​ໄຟ​ໄດ້ກວມ 70%-80%ຂອງຍອດ​ມູນ​ຄ່າ​ການ​ສົ່ງ​ອອກ, ທັງ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ຂະ​ແໜງ​ການ​ອື່ນໆ. ຜົນ​ສະ​ທ້ອນ​ທາງ​ລົບ​ຕໍ່​ອີ​ຣານ​ຂອງ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ. ຍິ່ງກວ່າ​ນັ້ນ, ຍ້ອນວ່າ​ອີ​ຣານ​ແມ່ນ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫຍ່​ອັນ​ດັບ​ທີ 3 ໃນ​ອົງ​ການ​ໂອ​ເປັກ​ທັງ​ເປັນ​ປະ​ເທດ​​ຜູ້ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ອັນ​ດັບ​ທີ 4 ​ຂອງ​ໂລກ, ແຕ່​ລະ​ມື້​ໄດ້​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ 2,500,000 ​ບາ​ເຣວ, ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​​ຂອງ​ໂລກ​ໄດ້ປະ​ມານ 3%, ອາ​ເມ​ຣິ​ກາ​ຫ້າມ​ບໍ່​ໃຫ້​ອີ​ຣານ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ, ​ຍ່ອມຈະ​ເຮັດ​ໃຫ້ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໂລກ​ສູງ​ຂຶ້ນ​ຢ່າງ​ແນ່ນອນ.
图片默认标题_fororder_2

ສົງ​ຄາມ​ການ​ຄ້າ​ທີ່​ວໍ​ຊິງ​ຕັນ​ກໍ່​ຂຶ້ນ,ແມ່ນ “ຮູ​ດຳ​ຫຼື Black Hole ອາ​ເມ​ຣິ​ກາ”ອີກ​ອັນ​ໜຶ່ງ ທີ່​ອາດ​ຈະ​ປີ້ນ​ມາ​ຕູ່​ຫາ​ວ່າ​ຮ້າຍ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໂດຍ​ບໍ່​ຕ້ອງ​ສົງ​ໄສ. ເຖິງວ່າ​ມະ​ຫາເສດ​ຖີ​ທ່ານ​ຜູ້​ນັ້ນ​ໄດ້​ພິມ​ບົດ​ຄວາມ​ລົງ​ສື່​ສັງ​ຄົມ​ອອນ​ລາຍ​ເລື້ອຍໆ​ໃນ​ຫວ່າ​ງ​ມໍ່ໆ​ນີ້​ໂດຍ​ໄດ້ປະ​ກາ​ດ​ວ່າ“​ພວມ​ເອົາ​ຊະ​ນະ​ສົງ​ຄາມ​ການຄ້າ”ກໍ່​ຕາມ,ແຕ່ນັກ​ວິ​ເຄາະ​ເວົ້າ​ວ່າ,ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ມີ​ການ​ເຊື່ອມ​ຕໍ່​ກັນ​ກັບ​ການ​ຄ້າ​ຢ່າງ​ແໜ້ນ​ແຟ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ຂຶ້ນ​ພາ​ສີ​ໃນ​ທີ່​ສຸດ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ປະ​ລິ​ມານ​ການ​ຄ້າ​ໂລກ​ແລະ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ຄ້າ,ອາດ​ຈະ​ພາ​ໃຫ້​​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ແລະ​ໄພ​ເງິນ​ເຟີ້​ເກີດ​ຂຶ້ນພ້ອມ​ກັນ,ຊຶ່ງ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ນັບ​ມື້​ນັບ​ຊຸດ​ໂຊມ​ລົງ.
 

ທະ​ນາ​ຄານ​ໂລກ​ໄດ້​ກ່າວ​ຢ່າງ​ຂາດ​ຕົວ​ໃນ​ບົດ​ລາຍ​ງານ​​ສະ​ບັບ​ໜຶ່ງທີ່​ເປີດ​ເຜີຍ​ໃນ​ຕົ້ນ​ເດືອນ​ມິ​ຖຸ​ນາ​ປີ​​ນີ້​ໂດຍຂຽນ​ວ່າ:ຜົນ​ກະ​ທົບ​ຈາກຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ຄ້າ​ທີ່ຮຸນ​ແຮງ​ຂຶ້ນ​ທີ່​ມີ​ຕໍ່​ການ​ຄ້າ​ທົ່ວ​ໂລກ​ນັ້ນ​ບໍ່​ຕ່ຳກວ່າ​ຜົນ​ກະ​ທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ໃນ​ປີ 2008, ສ່ວນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ກວ່າ​ໝູ່,ເພາະ​ວ່າ​ປະ​ເທດ​ເຫຼົ່າ​ນີ້​ພັດ​ທະ​ນາ​ໂດຍ​ເພິ່ງ​ພາ​ອາ​ໄສ​ສູງກວ່າ​ຕໍ່​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ.
图片默认标题_fororder_3

ໜັງ​ສື​ພິມ​ຍີ່​ປຸ່ນ​ທາມ​ສ໌​ໄດ້​ພິມ​ບົດ​ວິ​ຈານ​ບົດ​ໜຶ່ງ​ໂດຍ​ໄດ້ຕຳ​ໜິ​ສົງ​ຄາມ​ການ​ຄ້າ​ອາ​ເມ​ຣິ​ກາ​ພາ​ໃຫ້​ທົ່ວ​ໂລກ​ຊຸດ​ໂຊມ​ລົງ​ແນວ​ໃດ​ໂດຍ​ຂຽນ​ວ່າ: “ຍິນ​ດີ​ຕ້ອນ​ຮັບ​ເຂົ້າ​ສູ່​ຄວາມຝັນ​ທີ່ຜີ​ອຳ​ໜ້າ​ສັງ​ເວດ​ທີ່​ສຸດ​ຂອງ​ພວກ​ນັກ​ເສດ​ຖະ​ສາດ:​ພາ​ວະ​ຈຶ້ງ.” ບົດ​ວິ​ຈານ​ດັ່ງ​ກ່າວ​ຍັງ​ໄດ້​ຊີ້​ວ່າ: ວິ​ທີ​ການ​ແກ້​ໄຂ​​ພາ​ວະ​ຈຶ້ງ​ມີ​ພຽງ​ແຕ່​ອັນ​ໜຶ່ງ​ອັນ​ດຽວ,ນັ້ນ​ກໍ່​ຄື​ຕັດ​ຂາດ​ແຫຼ່ງ​ກຳ​ເນີດ ຄື​ລັດ​ຖະ​ບານ​ອາ​ເມ​ຣິ​ກາຕ້ອງ​ປະ​ລະ​ການ​ຂຶ້ນ​ພາ​ສີ.
 

ບໍ່​ວ່າ​ການຖອນ​ອອກ​ຈາກ​ສັນ​ຍາ​ວ່າ​ດ້ວຍ​ອາ​ວຸດ​ນິວ​ເຄຼຍແລະ​ກໍ່​ສົງ​ຄາມ​ການ​ຄ້າ​,ຫຼື​ວ່າ​ການ​ຖອນ​ອອກ​ຈາກ “ສັນ​ຍາ​ປາ​ຣີ”, ຖອນ​ອອກ​ຈາກ​ອົງ​ການ​ການ​ສຶກ​ສາ,ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​​ສະ​ຫະ​ປະ​ຊາ​ຊາດ​ຫຼື UNESCO ແລະອື່ນໆກໍ່ຕາມ,ນະໂຍບາຍຕ່າງໆທີ່ວໍຊິງຕັນໄດ້ໃຊ້,ໄດ້ສ່ອງແສງໃຫ້ເຫັນເຖິງຈຸດພິເສດນະໂຍບາຍການທູດທີ່ໃຫຍ່ທີ່ສຸດຂອງລັດຖະບານອາເມຣິກາຊຸດປັດຈຸບັນ,ນັ້ນກໍ່ຄື ຄວາມບໍ່ແນ່ນອນ”. ແຕ່ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບໜຶ່ງແລະປະເທດ​​ເຂັ້ມແຂງທີ່ສຸດທີ່ມີຜົນສະທ້ອນຫຼາຍທີ່ສຸດຕໍ່ໂລກ, ລັດຖະບານອາເມຣິກາຍັງຂາດຄວາມແນ່ນອນຕໍ່ໂລກ. ໂລກບໍ່ຕ້ອງການ “ຮູ​ດຳອາ​ເມ​ຣິ​ກາ”, ເພາະ​ວ່າ​ມັນ​ຈະ​ປີ້ນ​ຄືນມາ​ຕູ່​ຫາ​ວ່າ​ຮ້າຍ​ຄວາມ​ສວຍ​ງາມ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ສະ​ຫວ່າງ​ສະ​ໄຫວ​ທັງ​ໝົດ​ໃນ​ບາດ​ດຽວ​ໂລດ.

ຄຳ​ເຫັນ

0