尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຮຽນ​ແລະ​ຜູ້​ປົກ​ຄອງ​ຮຽນ​ຮູ້​ວິ​ທີ​ກອບ​ກູ້​ຊີ​ວິດ​ຕາຍ​ດຶກ​ນ້ຳ​ຈາກ​ຕຳ​ຫຼວດ

2018-08-10 16:40:37 cri

图片默认标题_fororder_1

ຍາມ​ພັກ​ຮຽ​ນ​ລະ​ດູ​ຮ້ອນ,ການ​ລອຍ​ນ້ຳ​ໄດ້​ກາຍ​ເປັນ​ກິດ​ຈະ​ກຳ​ລາຍ​ໜຶ່ງ​ຂອງ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ຈຳ​ນວນ​ຫຼວງ​ຫຼາຍ. ວັນ​ທີ 9 ສິງ​ຫາ​ນີ້, ຕຳ​ຫຼວດ​ຈຸ່ງ​ກິ່ງໄດ້​ຈັດ​ຫຼັກ​ສູ​ດ​​ສຳ​ຜັດ​ແລະ​ໃຫ້​ຄວາມ​ຮູ້​ບໍ່​ໃຫ້​ຕາຍ​ດຶກ​ນ້ຳ​ຂອງ​ກິດ​ຈະ​ກຳ​ລົດ​ແລ່ນ​ໂດຍ​ກົງ​ສູ່ໂຮງ​ຮຽນ “ຫ້ອງ​ຮຽນ​ອ່ານ”​ຢູ່​ເດີ່ນ​ຝຶກ​ກອບກູ້​ຊີ​ວິດເທິງ​ນ້ຳ​ຂອງສູນ​ຝຶກ​ອົບ​ຮົມຕຳ​ຫຼວດ​ປະ​ຊາ​ຊົນ,ຊຶ່ງໄດ້​ດຶງ​ດູດ​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ພ້ອມ​ຜູ້​ປົກ​ຄອງ 1 ຮ້ອຍ​ກວ່າ​ຄົນ​ເຂົ້າ​ຮ່ວມ. ຢູ່​ສະ​ຖານ​ທີ່​ຈັດ​ກິດ​ຈະ​ກຳ, ຜູ້​ຝຶກ​ສອນ​ໄດ້​ໃຫ້​ຄວາມ​ຮູ້​ເວ​ລາ​ຕາຍ​ດຶກ​ນ້ຳຈາກ​ຫຼາຍ​ດ້ານ​ເຊັ່ນ: ການ​ຊ່ວຍ​ຊີ​ວິດ​ຕົນ​ເອງ​ຂະ​ນະ​ທີ່​ຕາຍ​ດຶກ​ນ້ຳ,ການ​ກອບ​​ກູ້​ຜູ້​ອື່ນຂະ​ນະ​ທີ່​ຕາຍ​ດຶກ​ນ້ຳ,ນຳ​ໃຊ້​ອຸ​ປະ​ກອນ​ກູ້​ຊີ​ວິດ​ຢ່າງ​ຖືກ​ຕ້ອງ ແລະ ການ​ປິ່ນ​ປົວ​ສຸກ​ເສີນ​ຫຼັງ​ດຶກ​ນ້ຳ​ເປັນ​ຕົ້ນ,ພ້ອມ​ທັງ​ໄດ້​ໃຫ້​ພວກ​ນັກ​ຮຽນ​ຮູ້​ວິ​ທີ​ນຳ​ໃຊ້​ບ້ວງ​ຊູ​ຊີບ,ເຊືອກ​ຊູ​ຊີບ​ແລະ​ອື່ນໆ.

ຄຳ​ເຫັນ

0