尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດກອ​ງ​ປະ​ຊຸມ​ພົບ​ປະ​ຜູ້​ນຳ​ອົງ​ການມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 2

2018-08-10 16:41:27 cri

ກອ​ງ​ປະ​ຊຸມ​ພົບ​ປະ​ຜູ້​ນຳອົງ​ການ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ແລະ ງານ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ-ອາ​ຊຽນ​ຄັ້ງ​ທີ 6 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ​ໃນ​ຕອນ​ຄ່ຳ​ວັນ​ທີ 9 ສິງ​ຫາ​ນີ້, “ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ”​ເປັນ​ຄຳ​ສັບ​ທີ່​ໄດ້​ໃຊ້​ຫຼາຍກວ່າ​ໝູ່​ໃນ​ກອງ​ປະ​ຊຸມ.

ກິດ​ຈະ​ກຳ​ຄັ້​ງ​ນີ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ແຂວງ​ເສ​ສວນ​ໃນ​ວັນ​ທີ 6 ຫາ​ວັນ​ທີ 9 ສິງ​ຫາ​ນີ້,ມີ​ຈຸດ​ປະ​ສົງ​ເພື່ອ​ລົງ​ເລິກການ​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕື່ມ​ອີກ,ຊຸກ​ຍູ້​ການ​ແລ​ກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ຮອບ​ດ້ານ​,ລວມ​ທັງ​ກອງ​ປະ​ຊຸມ​ຄົບ​ຄະ​ນະ 3 ຄັ້ງ, ການ​ແລກ​ປ່ຽນລະ​ຫວ່າງ​ທ້ອງ​ຖິ່ນຂອງ​ສອ​ງ​ຝ່າຍ,ເວ​ທີ​ປຶກ​ສາ​ຫາ​ລື​ຊາວ​ໜຸ່ມ​ແລະ​ກິດ​ຈະ​ກຳ​ອື່ນໆ.

ໃນ​ພິ​ທີ​ອັດ​​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ມື້​ດັ່ງ​ກ່າວ, ທ່ານ ລິນ​ຢີ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ,ຊຸກ​ຍູ້​ການ​ຮ່ວມ​ມື,ຖອດ​ຖອ​ນ​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ,ໃຫ້​ບໍ​ລິ​ການ​ດ້ານ​ການ​ເຊື່ອມ​ຕໍ່​ທາງ​ຍຸດ​ທະ​ສາດ, ໂດຍຈະ​ຊຸກ​ຍູ້ການສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳລະ​ຫວ່າງ​ຈີນ-ອາຊຽນ​ທີ່​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ.

ຄຳ​ເຫັນ

0