黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຈະ​ຄົ້ນ​ຄວ້າ​ມາດ​ຕະ​ການ​ຕອບ​ໂຕ້​​ການ​ຂວ້ຳ​ບາດ​ແບບ​ດຽວ​ກັນ​ກັບອາ​ເມ​ຣິ​ກາ

2018-08-10 16:25:02 cri

ທ່ານ​ນາງ ມາເຣຍ ຊະ​ຄາ​ໂຣ​ວາ ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 9 ສິ​ງ​ຫາ​ນີ້​ວ່າ, ຣັດ​ເຊຍ​ຈະ​ຄົ້ນ​ຄວ້າ​ມາດ​ຕະ​ກາ​ນ​ຕອບ​ໂຕ້​ການ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ​ຮອບ​ໃໝ່​ທີ່​ອາ​ເມ​ຣິ​ກາ​ວາງ​ແຜນ​ອອກ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານນາງ​​ຊາ​ຄາ​ໂຣ​ວາ ກ່າວ​ວ່າ, ຣັດ​ເຊຍ​ຈະ​ຄົ້ນ​ຄວ້າ​ມາດ​ຕະ​ການ​ຕອບ​ໂຕ້​ການ​ຂວ້ຳ​ບາດຂອງ​ອາ​ເມ​ຣິ​ກາ​ແບບ​ດຽວ​ກັນ, ຣັດ​ເຊຍ​ໄດ້​​ຖືກ​ຂວ້ຳ​ບາດ​ແບບ​ໃດ, ກໍ​ຈະ​ຕອບ​ໂຕ້​ຄືນ​ດ້ວຍ​ວິ​ທີ​ແບບ​ນັ້ນ.

ທ່ານນາງ​​ຊາ​ຄາ​ໂຣ​ວາ ກ່າວ​ຕື່ມ​ວ່າ, ອາ​ເມ​ຣິ​ກາ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ​ດ້ວຍ​ຂໍ້​​ຫາ​ທີ່​ສົງ​ໄສວ່າ​ຣັດ​ເຊຍ​ໃຊ້​ອາ​ວຸດ​ເຄ​ມີ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ເລີຍ, ຂະ​ນະ​ດຽວ​ກັນ​ນັ້ນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຍັງ​ກ່າວ​ວ່າ​ຈະ​ພະ​ຍາ​ຍາມ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອາ​ເມ​ຣິ​ກາ​ໃຫ້​ດີ​ຂຶ້ນ, ນີ້​ແມ່ນ​​ການ​ກະ​ທຳ​ແບບໜ້າ​ພະ​ໃຈ​ມານ​ຢ່າງ​ເປີດ​ເຜີຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ປະ​ກາດ​ໃນ​ວັນ​ທີ 8 ສິງ​ຫາ​ນີ້​ວ່າ, ຍ້ອນ​ວ່າ​ທ່ານ​ເຊີ​ເກ ສະ​ຄ​ຣີ​ປານ, ອະ​ດີດ​ສາຍ​ລັບ​ຂອງ​ຣັດ​ເຊຍ​ແລະ​ລູກ​ສາວ​ຂອງ​ລາວ​ຖືກວາງ​ຢາ​ພິດຢູ່​ອັງ​ກິດ, ອາ​ເມ​ຣິ​ກາ​​ຈຶ່ງ​ຂວ້ຳ​ບາດ​ຕໍ່​ຣັດ​ເຊຍ, ມາດ​ຕະ​ການ​ຂວ້ຳ​ບາດ​ຈະ​ມີ​​ຜົນ​ບັງ​ຄັບ​ໃຊ້​ເລີ່ມ​ແຕ່​ວັນ​ທີ 22 ສິງ​ຫາ​ນີ້.

ຄຳ​ເຫັນ

0