黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິ​ສ​ຣາ​ແອນ​ຖິ້ມລະ​ເບີດ​ໃສ່​​ອົງ​ການ​ຮາ​ມາ​ສ໌​ 140 ຈຸດ

2018-08-10 16:28:07 cri

ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອນ​ຢືນ​ຢັນ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ວ່າ, ​ເຮືອ​ບິນ​ຮົບ​ອິ​ສ​ຣາ​ແອັນ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ອົງ​ການ​ຮາ​ມາ​ສ໌​ຢູ່​ເຂດ​ກາ​ຊາ 140 ຈຸດ​ແຕ່​ຕອນ​ຄ່ຳ​ວັນ​ທີ 8 ຫາ​ຕອນ​ຂ້ອນ​ແຈ້ງວັນ​ທີ 9 ສິງ​ຫາ​ນີ້. ເຈົ້າ​ໜ້າ​ທີ່​ທະ​ຫານ​ອິ​ສ​ຣາ​ແອນ​ກ່າ​ວ​ເນັ້ນ​ວ່າ, ປັດ​ຈຸ​ບັນ​ບໍ່​ມີ​ແຜນ​ການ​​ໂຈມ​ຕີ​ທາງ​ບົກ​ຕໍ່​ເຂດ​ກາ​ຊາ.

ທ່ານ​ໂຈ​ນາ​ທານ ຄອນ​ຣີ​ກຸ​ສ ໂຄ​ສົກ​ທະ​ຫານ​ອິ​ສ​ຣາ​ແອນ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ແຕ່​ຕອນ​ຄ່ຳ​ວັນ​ທີ 8 ຫາ​ຕອນ​ຂ້ອນແຈ້ງວັນ​ທີ 9 ສິງ​ຫາ​ນີ້, ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ອົງ​ການ​ຮາ​ມາ​ສ໌​ຢູ່​ເຂດ​ກາ​ຊາ​ໄດ້​​ຍິງ​ຈະ​ຫຼວດ​ແລະ​ປືນ​ໃຫຍ່ 150 ກວ່າ​ລູກ​ໃສ່​ດິນ​ແດນ​ອິ​ສ​ຣາ​ແອນ, ສົ່​ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ແອນ 7 ຄົນ​ບາດ​ເຈັບ. ເພື່ອ​ເປັນ​ການ​ຕອບ​ໂຕ້ເຫດ​ການ​ດັ່ງ​ກ່າວ​, ເຮືອ​ບິນ​ຮົບ​ອິ​ສ​ຣາ​ແອນຈຶ່ງ​ຖິ້ມ​ລະ​ເບີດ​ໃສ່​ອົງ​ການ​ຮາ​ມາ​ສ໌ 140 ຈຸດ, ລວມ​ທັງ​ສິ່ງ​ກໍ່​ສ້າງແລະ​​ຄັງ​ອາ​ວຸດ, ​ຖານ​ຍິງ​ຈະ​ຫຼວດ​, ຄ້າຍ​ຝຶກ​ຊ້ອມ​ແລະ​ອື່ນໆ.

ຄຳ​ເຫັນ

0