ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ອ່າງເກັບນ້ຳຊິງສາວຊ່າຕັ້ງຢູ່ພາກຕາເວັນຕົກສຽງເໜືອເກາະສາງຊິງເຂດຊົງມິງນະຄອນຊຽງໄຮໃນເຂດປາກຂອງແມ່ນ້ຳຢາງຊີກຽງ, ແມ່ນອ່າງເກັບນ້ຳຕື້ນໃຫຍ່ທີ່ສຸດຂອງອາຊີ, ທັງແມ່ນແຫຼ່ງນ້ຳຕົ້ນຕໍຂອງຊາວເມືອງຊຽງໄຮ. ເມື່ອອ່າງເກັບນ້ຳຊິງສາວຊ່າສ້າງສຳເລັດໃນເດືອນກໍລະກົດປີ 2011 ໄດ້ຊ່ວຍຫຼຸດຜ່ອນການຂາດແຄນນ້ຳ, ເຮັດໃຫ້ຊາວເມືອງຊຽງໄຮຫຼາຍກວ່າ 50% ໄດ້ດື່ມນ້ຳຄຸນນະພາບດີຈາກກາງແມ່ນ້ຳຢາງຊີກຽງ, ປະຊາກອນໄດ້ຮັບຜົນປະໂຫຍດຫຼາຍກວ່າ 13 ລ້ານຄົນ.
ຕາມຂ່າວແຈ້ງວ່າ, ຍອດປະລິມານບັນຈຸຂອງອ່າງເກັບນ້ຳຊິງສາວຊ່າມີເຖິງ 527 ລ້ານແມັດກ້ອນ, ສາມາດສະໜອງນ້ຳ 6,080,800 ໂຕນຕໍ່ມື້. ສາມາດຕອບສະໜອງນ້ຳໄດ້ 68 ມື້ໃນຍາມທີ່ຂາດແຄນນ້ຳ.
ຄຳເຫັນ
0