黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍິນ​ດີ​ຕ້ອນ​ຮັບ​ນັກ​ລົງ​ທຶນ ແລະ ນັກ​ທຸ​ລະ​ກິດ​ທົ່ວ​ໂລກ​ຊົມ​ໃຊ້​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ

2018-08-17 16:05:21 CRI

ຕົວ​ເລກ​ເສດ​ຖະ​ກິດໃນ​ເດືອນ​ກໍ​ລະ​ກົດ​ທີ່​ຈີນ​ເປີດ​ເຜີຍ​ເມື່ອ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກຂອງ​ຈີນ​ມີ​ເຖິງ 2602,8 ຕື້ຢວນ, ເພີ່ມ​ຂຶ້ນ 12,5% ເມື່ອທຽບ​ໃສ່​ເດືອນ​ກໍ​ລະ​ກົດ​ປີ​ຜ່ານ​ມາ ແລະ ມີ​ຈັງ​ຫວະ​ເຕີບ​ໂຕ​ສູງກວ່າ​ເດືອນ​ມິ​ຖຸ​ນາ 8,2%. ໃນ​ນັ້ນ, ຍອດ​ມູນ​ຄ່າ​ສົ່ງ​ອອກ​ມີ​ເຖິງ 1389,9 ຕື້ຢວນ, ເພີ່ມ​ຂຶ້ນ 6%, ຍອດ​ມູນ​ຄ່າ​ນຳ​ເຂົ້າ​ມີ​ເຖິງ 1212,9 ຕື້ຢວນ, ເພີ່ມ​ຂຶ້ນ 20,9%, ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ 177 ຕື້ຢວນ ​ແຕ່ໜ້ອຍກວ່າ​ເດືອນ​ມິ​ຖຸ​ນາ 83,9 ຕື້ຢວນ.

ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ເກົ່າ ​ແຕ່ການ​ໄດ້​ປຽບ​ດຸນ​ການ​ຄ້າ​ໜ້ອຍ​ລົງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ມາດ​ຕະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ບັງ​ເກີດ​ຜົນຫຼາຍ​ຂຶ້ນ. ຄື​ຄຳ​ຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປະ​ຈຳ​ປີ 2017, ການ​ພັດ​ທະ​ນາ​ຂອງ​ຈີນ​ແມ່ນ​ໂອ​ກາດ​ຂອງ​ໂລກ, ຈີນ​ຈະ​ບໍ່​ອິດ​ສາ, ຍິ​ນ​ດີ​ຕ້ອນ​ຮັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຊົມ​ໃຊ້​ໂອ​ກາດ ໃນ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ. ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິງ​ປະ​ກາດ​ມາດ​ຕະ​ການ​ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ຮອບ​ໃໝ່​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ປີ 2018, ຫຼາຍ​ມາດ​ຕະ​ການ​ເລີ່ມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຕົນ. ຫົກ​ເດືອນ​ທ້າຍ​ປີ​ນີ້, ຈີນ​ຍັງ​ຈະ​ມີ​ສອງ​ມາດ​ຕະ​ການ​ທີ່​ດີ​ສຳ​ລັບ​ໂລກ ຄື: ໜຶ່ງ​ແມ່ນ​ບັນ​ລຸ​ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຕະຫຼາດ​ຫຸ້ນ​ຊຽງ​ໄຮ້​ ແລະ ຕະຫຼາດ​ຫຸ້ນ​ລອນດອນ​ໃນ​ປີ​ນີ້ ເພື່ອ​ເປີດ​ປະ​ຕູ​ຕະຫຼາດ​ທຶນ​ຕື່ມ​ອີກ; ສອງ​ແມ່ນ​ຈະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຊຽງ​ໄຮ້ ເພື່ອ​ເປີດ​ໂອ​ກາດ​ທາງ​ການ​ຕະຫຼາດ ແລະ ເວ​ທີ​ຄ້າ​ຂາຍ​ໃຫ້​ແກ່​ຄູ່​ການ​ຄ້າ​ໃນ​ຂອບ​ເຂດ​ທົ່ວ​ໂລກ ແລະ ສ້າງ​ຄວາມ​ຕ້ອງ​ການ​ໃໝ່ໃຫ້​ຕະຫຼາດ.

ມາ​ເບິ່ງ​ການ​ເຊື່ອມ​ຈອດ​ລະຫວ່າງ​ຕະຫຼາດຊື້​ຂາຍຫຼັກຊັບ​ຊຽງ​ໄຮ-ຕະຫຼາດຊື້​ຂາຍຫຼັກຊັບລອນ​ດອນ​ສາກ່ອນ, ນັກ​ລົງທຶນ​ສາກົນ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ຢ່າງ​ສະດວກ​ກວ່າ​ເກົ່າ​ໂດຍ​ຜ່ານ​ການ​ເຊື່ອມ​ຈອດ​ລະຫວ່າງ​ສອງ​ຕະຫຼາດຫຼັກຊັບ​ດັ່ງກ່າວ ​ແລະ​ເພີ່ມ​ໂອກາດ​ການ​ຮ່ວມ​ມື​ໃຫ້​ຕະຫຼາດຝ່າຍ​ທີ 3.

ອົງການ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ທຶນ​ຕ່າງປະ​ເທດ​ໄດ້​ໄຫຼ​ເຂົ້າຈີນ​ເພື່ອ​ລົງທຶນ​ດ້ານຫຼັກຊັບ​ໄດ້​ເພີ່ມ​ຂຶ້ນ 2 ​ເທົ່າ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ. ຕາມ​ສະຖິຕິ​ຂອງ​ຄະນະ​ກຳມະການ​ຕິດຕາມ​ຄຸ້ມ​ຄອງຫຼັກຊັບ​ແຫ່ງ​ຊາດ​ຈີນ, ນັບ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ກໍລະກົດ​ປີ​ນີ້, ນັບ​ລວມ​ແລ້ວ, ທຶນ​ຕ່າງປະ​ເທດ​ໄດ້​ໄຫຼ​ເຂົ້າຕະຫຼາດຫຸ້ນກະດານ A ຂອງ​ຈີນ 161,6 ຕື້ຢວນ. ເຖິງ​ວ່າຄວາມ​ຂັດ​ແຍ້​ງດ້ານ​ການ​ຄ້າ​ໃນ​ໂລກ​​ຮຸນ​ແຮງ​ຂຶ້ນຕື່ມ​ໃນ​ເດືອນ​ມິຖຸນາ​ແລະ​ເດືອນ​ກໍລະກົດ​ກໍ່ຕາມ, ​ແຕ່​ທຶນ​ຕ່າງປະ​ເທດ​ທີ່​ໄຫຼ​ເຂົ້າຕະຫຼາດຫຸ້ນ​ກະດານ A ຍັງ​ມີ​ເຖິງ 49,8 ຕື້​ຢວນ. ​ເວົ້າສຳລັບ​ຕະຫຼາດທຶນ​ແລ້ວ, ຄວາມ​ໝັ້ນ​ໃຈ​ມີຄ່າກວ່າ​ເງິນ​ຄຳຫຼາຍ. ທຶນ​ຕ່າງປະ​ເທດ​ໄດ້​ໄຫຼ​ເຂົ້າຈີນ​ເພີ່ມ​ຂຶ້ນ​ເລື້ອຍໆ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ທຶນ​ຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ.

ຂະນະ​ດຽວ​ກັນ, ​ບັນດາ​ຝ່າຍໃນ​ຖານະ​ເປັນ​ຄູ່​ຄ້າ​ຂອງ​ຈີນ​ໃນ​ໂລກ ກໍຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຍິ່ງ​ຂຶ້ນຈາກ​ງານ​ວາງສະ​ແດງ​ການ​ນຳ​ເຂົ້າສາກົນ​ຈີນ​ຄັ້ງທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນຢູ່​ນະຄອນ​ຊຽງ​ໄຮ​ໃນ​ເດືອນ​ພະຈິກ​ປີ​ນີ້. ປັດຈຸບັນ, ​ມີ 2.800 ກວ່າ​ວິ​ສາ​ຫະ​ກິດ​ຂອງ 130 ກວ່າ​ປະ​ເທດ​ແລະ​ເຂດ​ແ​ຄວ້ນ​ໄດ້​ຈົດ​ທະບຽນ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ດັ່ງກ່າວ​ແລ້ວ, ຄາດ​ວ່າ​ຈະ​ມີ​ວິ​ສາ​ຫະກິດ​ຜູ້​ຈັດ​ຊື້ 1,5 ​ແສນ​ແຫ່ງ​ທົ່ວ​ໂລກ​ເຂົ້າຮ່ວມ. ນອກ​ນີ້, ຂ່າ​ວລາຍ​ງານ​ຕື່ມ​ວ່າ: ມີ​ວິ​ສາ​ຫະກິດ​ຕ່າງປະ​ເທດ 30 ກວ່າ​ແຫ່ງ​ໄດ້​ສະ​ເໜີ​ຊື່​ລ່ວງ​ໜ້າ​ວ່າ​ຈະ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ການ​ນຳ​ເຂົ້າສາກົນ​ຈີນ​ຄັ້ງທີ 2 ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີໜ້າ.

ໃນ​ເວ​ລາ​ທີ່​ການ​ຄ້າ​ແລະ​ການ​ລົງ​ທຶນ​ຂອງ​ໂລກ​ຖືກ​ສະ​ກັດ​ກັ້ນຈາກ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ລັດ​ທິ​ຝ່າຍ​ດຽວ, ຂ່າວ​ດີ​ດັ່ງ​ກ່າວ​ຈາກ​ຈີນ​ແມ່ນ​ກຳ​ລັງ​​ສ້າງ​ຄວາມ​ໝັ້ນ​ໃຈ​​​ອັນ​ໃຫຍ່​ຫຼວງໃຫ້ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ. ປຶ້ມ​ປົກ​ຂາວ​ປະ​ຈຳ​ປີ “ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຢູ່​ຈີນ” ທີ່​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາ​ຈີນ​ເປີດ​ເຜີຍ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ທີ່​ໃຫ້​ສຳ​ພາດ​ມີ 60% ຂຶ້ນ​ໄປ​ຖື​ຈີນ​ເປັນ​ໜຶ່ງ​ໃນ​ສາມ​ເປົ້າ​ໝາຍ​ການ​ລົງ​ທຶນ​ໃຫຍ່​ໃນ​ໂລກ, ມີ​ສະ​ມາ​ຊິກ 1 ສ່ວນ 3 ວາງ​ແຜນ​ຈະ​ເພີ່ມ​ການ​ລົງ​ທຶນ​ຫຼາຍກວ່າ​ 10% ຢູ່​ຈີນ, ມີຜູ້​ໃຫ້​ສຳ​ພາດ 46% ເຊື່ອ​​ໝັ້ນວ່າ​ໃນ 3 ປີ​ຕໍ່​ໜ້າ​ລັດ​ຖະ​ບານ​ຈີນ​ຈະ​ເປີດ​ຕະ​ຫຼາດ​​ທຶນ​ຕ່າງ​ປະ​ເທດ​ຕື່ມ​ອີກ, ຈຳ​ນວນ​ດັ່ງ​ກ່າວ​ສູງກວ່າການ​ສຳ​ຫຼວດໃນ​ໄລ​ຍະ​ດຽວ​ກັນຂອງ​ປີ​ຜ່ານ​ມາ​ເຖິງ 34%.

ເບິ່ງ​ຈາກ​ທົ່ວ​ໂລກ​ແລ້ວ, ຈີນ​ບໍ່​ພຽງ​ແຕ່​ມີ​ຕະ​ຫຼາດ​ທີ່​ແມ່ນ​ປະ​ຊາ​ກອນ 1,4 ຕື້​ຄົນ, ຍັງ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ການ​ກະ​ທຳ​ທີ່​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ແລະ​ເຮັດ​ໃຫ້​ການ​ລົງ​ທຶນ​ສະ​ດວກກວ່າ​ເກົ່າ, ນັກ​ລົງ​ທຶນ​ແລະ​ນັກ​ທຸ​ລະ​ກິດ​ຂອງ​ປະ​ເທດ​ຕ່າງ​ໆ​ໃນ​ໂລກ, ຍາດ​ທີ່​ສຸດ​ທີ່​ຈະ​ຊອກ​ໄດ້​ຕະ​ຫຼາດ​ທີ່​ໃຫຍ່ກວ່າ​ຕະ​ຫຼາດ​ຈີນ​ແລະ​ມີ​ໂອ​ກາດ​ຫຼາຍກວ່າ​ຕະ​ຫຼາດ​ຈີນ​. ປັດ​ຈຸ​ບັນ, ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ​ກໍ​ຄື​ກຳ​ໂອ​ກາດ​ທີ່​ດີ, ແລະ​​ຈາກການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ.

ຄຳ​ເຫັນ

0