曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຖະແຫຼງຕໍ່ອາເມລິກາເປີດເຜີຍ ບົດລາຍງານກ່ຽວກັບສະຖານະການການພັດທະນາທາງການທະຫານແລະຄວາມໝັ້ນຄົງຂອງຈີນປີ 2018

2018-08-18 17:30:06 cri

  ວັນ​ທີ17 ສິງ​ຫາ​ນີ້, ທ່ານ​ອູ​ຊ່ຽນ ໂຄ​ສົກ​ກະ​ຊວງປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​​ຖະ​ແຫຼງ​ຕໍ່ອາ​ເມ​ລິ​ກາ​​ເປີດ​ເຜີຍບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ຖາ​ນະ​ການການ​ພັດ​ທະ​ນາ​ທາງ​ການ​ທະ​ຫານ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ປີ 2018 ໂດຍຊີ້ວ່າ:

ກະ​ຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​​ເປີດ​ເຜີຍບົດ​ລາຍ​ງານ​​​ກ່ຽວ​ກັບ​ສະ​ຖາ​ນະ​ການ​ການ​ພັດ​ທະ​ນາ​ທາງ​ການ​ທະ​ຫານ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ປີ 2018, ໄດ້​ບິດ​ເບືອນ​​ເຈ​ຕະ​ນາ​ລົມ​ທາງ​ຍຸດ​ທະ​ສາດ​ຂອງ​ຈີນ, ​ໂຄ​ສະ​ນາ​ຊວນ​ເຊື່ອ​ອັນ​ທີ່​ວ່າ​ໄພ​ຂົ່ມ​ຂູ່​ທາງ​ການ​ທະ​ຫານ​ຂອງ​ຈີນ, ​ວິ​ພາກວິ​ຈານ​ແບບ​ໂລ​ເລ​ຕໍ່​ການ​ພົວ​ພັນແລະ​ສະ​ພາບ​ການ​ຊ່ອງ​ແຄບ​ໄຕ້​ຫວັນ​ເປັນ​ຕົ້ນ. ກອງ​ທັບ​ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ເລື່ອງ​ນີ້, ແລະ​ໄດ້​ຕໍ່​ວ່າ​ທັກທ້ວງ​ອາ​ເມ​ລິ​ກາຢ່າງ​ເຄັ່ງ​ຂຶມ​ແລ້ວ.

ຈີນ​ເດີນ​ຕາມ​ເສັ້​ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ເດັດ​ດ່ຽວ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​​ປະ​ເທດ​ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​ຢ່າງ​ເດັດ​ດ່ຽວ, ເປັນປະ​ເທດ​ທີ່​ສ້າງ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ​ເປັນ​ປະ​ເທດ​​ທີ່ປະ​ກອບ​ສ່ວນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ໂລກ​ແລະ ເປັນ​ປະ​ເທດ​ທີ່​ຮັກ​ສາ​ລະ​ບຽບ​ສາ​ກົນ ​ຢ່າງ​ສະ​ເໝີ​ຕົ້ນ​​ສະ​ເໝີ​ປາຍ. ໄຕ້​ຫວັນ​ເປັນສ່ວນ​ໜຶ່ງຂອງ​ຈີນ, ນີ້​ແມ່ນ​ຄວາມ​ຈິງ​​ທີ່​ຄັກ​ແນ່​ທີ່​ສຸດ. ພວກ​ເຮົາ​ທວງ​ໃຫ້ຝ່າຍ​ອາ​ເມ​ລິ​ກາ​ປ​ະ​ຕິ​ບັດ​ຕາມ​ຫຼັກ​ການ​ຈີນ​ດຽວ​ແລະ​ຂໍ້​ກຳ​ນົດ​​ທີ່​ສະ​ບຸ​ໄວ້​ໃນ​ຖະ​ແຫຼງການ​ຮ່ວມລະ​ຫວ່າງ​ຈີນ​-​ອາ​ເມ​ລິ​ກາ 3 ສະ​ບັບ, ແກ້​ໄຂ​ບັນ​ຫາ​ກ່ຽວ​ພັນ​ເຖິງ​ໄຕ້​ຫວັນ​ຢ່າງ​ລະ​ມັດ​ລະ​ວັງ. ກອງ​​ທັບຈີນ​ຈະ​ເຮັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ​ເດັດ​ດ່ຽວ​ປົກ​ປັກຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ເດັດ​ດ່ຽວ​​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​​ຖຽນ​ລະ​ພາບ​ຂອງ​ເຂດ​ຊ່ອງ​ແຄບ​ໄຕ້​ຫວັນ.

ອາ​ເມ​ລິ​ກາ​ເປີດ​ເຜີຍ ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ຖາ​ນະ​ການການ​ພັດ​ທະ​ນາ​ທາງ​ການ​ທະ​ຫານ​ແລະ​ຄວາມ​ໝັ້ນ​ຄົງ​​ຂອງຈີນ ​ໃນ​ທຸກປີ, ໄດ້​ທຳ​ລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຈີນ-​ອາ​ເມ​ລິ​ກາ, ແລະ​ກໍບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ລະ​ຫວ່າງ​ສອງ​ຝ່າຍ. ພວກ​ເຮົາ​ທວງ​ໃຫ້ຝ່າຍ​ອາ​ເມ​ລິ​ກາ​ປະ​ຖິ້ມ​ຄວາມ​ຄິດ​ສົງ​ຄາມ​ເຢັນ, ປະ​ຕິ​ບັດ​ຕໍ່​ການ​ກໍ່​ສ້າງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ກ​ານ​ສ້າງ​ ​ກອງ​ທັບຂອງ​ຈີນ​ຢ່າງ​ພາ​ວະ​ວິ​ໄສ​ແລະ​ມີ​ສະ​ຕິ​, ຢຸດ​ຕິ​ການ​ເປີດ​ເຜີຍ​ບົດ​ລາຍ​ງາ​ນ​​ທີ່ກ່ຽວ​ຂ້ອງ​ອີກ, ​ເພື່ອຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ດ້ວຍ​ກາ​ນ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0