赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ລິ​ກາ​ປະ​ກາດ​ຖອນ​ທຶນ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຊີ​ຣີ​ທີ່​ມີ​ມູນ​ຄ່າ 230 ລ້ານ​ໂດ​ລ​າ​ສະ​ຫະ​ລັດ

2018-08-19 10:45:23 cri

 

ວັນ​ທີ 17 ສິງ​ຫານີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ, ທ່ານ​ໄມ​ກ ບົມ​ເບ​ໂອ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ສັ່ງ​ໃຫ້​ຖອນ​ທຶນ​ທີ່​ໃຊ້​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ຊີ​ຣີ​ຈຳ​ນວນ 230 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຄືນ ເພື່ອ​ເອົາ​ໄປ​ໃຊ້​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ອື່ນໆ.

ມື້​ດຽວ​ກັນ, ທ່ານ​ຮິ​ເດີ ໂນ​ເອີດ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຍັງ​ຈະ​ຖື​ການ​ໂຈມ​ຕີ​ອົງ​ການ​ລັດ​ອິ​ສ​ລາມ​ທີ່​ເປັນ​ອົງ​ການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ຢູ່​ຊີ​ຣີ​ເປັນ​ໜ້າ​ທີ່​ສຳ​ຄັນ. ແຕ່​ນັບ​ແຕ່​ເດືອນ​ເມ​ສາ​ປີນີ້​ເປັນ​ຕົ້ນ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ແລະ​ຄຳ​ໝັ້​ນ​ສັນ​ຍາ​ການ​ບໍ​ລິ​ຈາກ​ທີ່​ມີ​ມູນ​ຄ່າ​ປະ​ມານ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຈາກ​ປະ​ເທດ​ພັ​ນ​ທະ​ມິດ​ອື່ນໆ ເພື່ອ​ໃຊ້​ໃນ​ໂຄງ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ້າງ​ສາ​ຄືນ​ໃໝ່​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ຣີ.

ທ່ານ​ໂນ​ເອີດ​ກ່າວ​ວ່າ, ການ​ຖອນ​ທຶນ​ດັ່ງ​ກ່າວ​ຄືນ​ແມ່ນ​ກ່ຽວ​ພັນ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ລຳ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ພັນ​ທະ​ມິດ​ແລະ​ຄູ່​ຮ່ວມ​ມື ຂອງ​ອາ​ເມ​ລິ​ກາ​​ຊ່ວຍ​ແບ່ງ​ປັນ​ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ , ແຕ່​ບໍ່​ໝາຍ​ຄວາມ​ວ່າ​ອາ​ເມ​ລິ​ກາ​ຈະ​ປັ່ນ​ທອນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ຢູ່​ຊີ​ຣີ, ແລະ​ຈະ​ບໍ່​ກະ​ທົບ​ເຖິງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ, ອາ​ເມ​ລິ​ກາ​ຈະ​ປະ​ຈຳ​ຢູ່​ຊີ​ຣີ ຈົນ​ຮອດ​ອົງ​ການ​ລັດ​ອິ​ສ​ລາມ​ຖືກ​ໂຈມ​ຕີ​ໝົດ​ຢ່າງ​ຖາ​ວອນ.

ຄຳ​ເຫັນ

0