吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ກ່າ​ວ​ວ່າ​ຈະ​ຍອມຕໍ່​ການ​ຂົ່ມ​ຂູ່​ດ້ານ​ເສດ​ຖ​ະ​ກິດ

2018-08-19 14:54:17 CRI

    ວັນ​ທີ 18 ສິງ​ຫາ​ນີ້, ທ່ານເຣ​ເຊບ ດາ​ອິບ ​ເອ​ໂຕ​ອານ ປ​ະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີກ່າວ​ວ່າ, ຕວກ​ກີ​ຈະ​ບໍ່​ຍອມ​ຕໍ່​ການ​ຂົ່ມ​ຂູ່​ດ້ານ​ເສດ​ຖະ​ກິດ.

    ມື້​ດຽວ​ກັນ, ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​​ຂອງ​ພັກຄວາມ​ທ່ຽວ​ທຳ ແລະ ການ​ພັດ​ທະ​ນາ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ, ທ່ານ​ເອ​ໂຕ​ອານ​ກ່າວ​ວ່າ, ບາ​ງ​ຄົນ​ຂົ່ມ​ຂູ່​ຕວກ​ກີ​ດ້ວຍ​ພາ​ຫະ​ນະເສດ​ຖະ​ກິດ​ຕ່າງໆ ເຊັ່ນ, ການ​ລົງ​ໂທດ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ອັດ​ຕາ​ດອກ​ເບ້ຍ ແລະ ໄພ​ເງິ​ນ​ເຟີ້​ເປັນ​ຕົ້ນ ເຊິ່ງ​ການໄພ​ຂົ່ມ​ຂູ່​ດ້ານ​ເສດ​ຖະ​ກິດ​ເຫຼົ່າ​ນີ້​ຈະ​ບໍ່ເຮັດ​ໃຫ້​ຕວກ​ກີ​​ແຕກ​ສະ​ຫຼາຍ, ຕວກ​ກີ​ຈະ​ບໍ່​ຍອມ​ຈຳ​ນົນ​ຕໍ່​ປະ​ເທດ​ທີ່​ເບິ່ງ​ແລ້ວ​ຄື​ຄູ່​​ຮ່ວມຍຸດ​ທະ​ສາດ ແຕ່​ທີ່​ຈິງ​​ແມ່ນ​ຖື​ຕວກ​ກີ​ເປັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ.
     ວັນ​ທີ 17 ສິງ​ຫາ​ນີ້, ບໍລິສັດ​ສະ​ແຕນ​ດາດ​ແອນ​ພົວ ແລະ ບໍລິສັດ​ມູດີ ເຊິ່ງ​ເປັນ​ອົງ​ການ​ປະ​ກວດ​​ລະ​ດັບຄວາມ​ສິນ​ເຊື່ອ​ສາ​ກົນ​ຕ່າງ​ໄດ້​ກ່າວ​ວ່າ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ຕວກ​ກີ​ມີ​ຄວາມ​ສ່ຽງ​ສູງ​ທີ່​ປັ່ນ​ປ່ວນ​ຢ່າງ​ຮຸນ​ແຮງ, ຄາດ​ວ່າ​ຕວກ​ກີຈະ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ໃນ​ປີ​ໜ້າ.

ຄຳ​ເຫັນ

0