吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ສປ​ປ​ເກົາ​ຫຼີ​ຮຽກ​ຮ້ອງ​ໃຫ້​​ທ່ານທ​ຣຳ​ຈົ່ງ​ຍຶດ​ໝັ້ນ​ຈິດ​ໃຈ​ທີ່​ປັບ​ປຸງ​ການ​ພົວ​ພັນ​ສ​ປ​ປ​ເກົາ​ຫຼີ-ອາ​ເມ​ລິ​ກາ​ໃຫ້​ດີ​ຂຶ້ນ

2018-08-19 14:56:16 CRI

“ໜັງສືພິມ​ໂລ​ດົງ ຊິນ​ມູນ” ສ​ປ​ປ​ເກົາ​ຫຼີ​ສະ​ບັບວັນ​ທີ 18 ສິງ​ຫາ​ນີ້ ​ໄດ້​ພິມ​ບົດ​ວິ​ຈານ​ທີ່​ລົງ​ນາມ ໂດຍ​ຮຽກ​ຮ້ອງ​ໃຫ້​ທ່ານ​ໂດ​ນາດ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ຢ່າ​ຖື​ກ​ຄວບ​ຄຸມ​ດ້ວຍ​ອິດ​ທິ​​ກຳ​ລັງ​ຕໍ່​ຕ້ານ​ພາຍ​ໃນ​ປະ​ເທດ, ຫາກ​ແມ່ນ​ຄວນຕັດ​ສິນ​ໃຈ​ເພື່ອ​ທັບ​ມ້າງ​ສະ​ພາບ​​ບໍ່​ໄປ​ບໍ່​ມາລະ​ຫວ່າງ​ສ​ປ​ປ​ເກົາ​ຫຼີ ກັບ ອາ​ເມ​ລິ​ກາ​ໃນ​ປັດ​ຈຸ​ບັນ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ປົວ​ແປງ​ດີ​ຂຶ້ນ, ໃຊ້​ການ​ກະ​ທຳ​ຢ່າງ​​ເດັດ​ຂາດ.

ບົດ​ຄວາມ​ຂຽນ​ວ່າ, ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສ​ປ​ປ​ເກົາ​ຫຼີ-ອາ​ເມ​ລິ​ກາ​ຢູ່​ສິງ​ກະ​ໂປ ແລະ ​ການອອກ​ຖະ​ແຫຼງ​ການ​ຮ່ວມ​​ລະ​ຫວ່າງສ​ປ​ປ​ເກົາ​ຫຼີ-ອາ​ເມ​ລິ​ກາ, ​ເຮັດ​ໃຫ້ທົ່ວ​ໂລກ​ກໍ່​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້, ແຕ່​ເວ​ລາຜ່ານ​ໄປ 2 ເດືອນ​ປາຍ​, ການ​ພົວ​ພັນ​​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ບໍ່​ໄປ​ບໍ່​ມາ, ສາ​ເຫດ​ສຳ​ຄັນ​ທີ່​ສຸດ​ກໍ່​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຫຍໍ້​ທໍ້​ຈາກ​ການ​ສູ້​ຊົນ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ. ອິດ​ທິ​​ກຳ​ລັງ​ຕໍ່​ຕ້ານ​ພາຍ​ໃນ​ອາ​ເມ​ລິ​ກາ​​ໄດ້ເຜີຍ​ແຜ່ຂາວ​ລື​ທີ່​ວ່າ “ສ​ປ​ປ​ເກົາ​ຫຼີ​ມີ​ສິ່ງ​ກໍ່​ສ້າງ​ນີວ​ເຄຼຍ​ຢ່າງ​ລັບ”, ​ອັນ​ໄດ້ສ້າງ​ບັນ​ຍາ​ກາດ​ທີ່​ການ​ປາ​ສະ​ຈາກ​ນີວ​ເຄຼຍ​ຂອງ​ສ​ປ​ປ​ເກົາ​ຫຼີ​​ບໍ່​ໜ້າເຊື່ອ​​ໄດ້ ແລະ ທັງເພີ່ມ​ແຮງ​ກົດ​ດັນໃຫ້​ແກ່​ຄະ​ນະ​ເຈ​ລະ​ຈາ​​ກັບ​ສ​ປ​ປ​ເກົາ​ຫຼີ​ຂອງ​ອາ​ເມ​ລິ​ກາ​​ເຈດ​ຕະ​ນາ​ຢາກ ​ທຳ​ລາຍ​ການ​ສົນ​ທະ​ນາ​ລະ​ຫວ່າງ​​ສອງ​ປະ​ເທດ ເຊິ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ​ໃນ​ປັດ​ຈຸ​ບັນ​ຮຽກ​ຮ້ອງ​ໃຫ້​ທ່ານ​ປ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ຂາດ.

ຄຳ​ເຫັນ

0