赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂກ​ຟີ ອານ​ນັນ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປຊ ເຖິງ​ແກ່​ມໍ​ລະ​ນະ​ກຳ

2018-08-19 10:28:25 cri

图片默认标题_fororder_4

ຕາມ​ຂ່າວ CRI: ວັນ​ທີ 18 ສິງ​ຫານີ້ ກອງ​ທຶນໂກ​ຟິ ອານ​ນັນ ທີ່​ຕັ້ງ​ຢູ່​ເມືອງ​ເຊີ​ແນວ​ແຫ່ງ​ສວິ​ສ​ປະ​ກາດ​ວ່າ, ທ່ານ​ໂກ​ຟີ ອານ​ນັນ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ປະ​ຊາ​ຊາດ ຜູ້​ປະ​ດິດ​ສ້າງກອງ​ທຶນ​ດັ່ງ​ກ່າວ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ​ຢູ່​ທີ່​ສະ​ວິ​ສ​ໃນ​ມື້​ດຽວ​ກັນ, ລວງ​ອາ​ຍຸ 80 ປີ.

ທ່ານ​ອານ​ນັນ​ເກີດ​ຢູ່​ປະ​ເທດ​ກາ​ນາ​ເມື່ອ​ປີ 1938, ເຄີຍ​ຮຽນ​ຢູ່​ໂຮງ​ຮຽນ​ຊັ້ນ​ສູງ​ທີ່​ກາ​ນາ ແລະ​ອາ​ເມ​ລິ​ກາ, ໄດ້​ຮັບ​ປະ​ລິນ​ຍາ​ຕີ​ດ້ານ​ເສດ​ຖະ​ສາດ​ແລະ​ປະ​ລິນ​ຍາ​ໂທ​ວິ​ຊາ​ບໍ​ລິ​ຫານ. ທ່ານ​ໄດ້​ເຮັດ​ວຽກ​ຢູ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແຕ່​ປີ 1962 ເປັນ​ຕົ້ນ​ມາ, ແລະ​ເຄີຍ​ຮັບ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສອງ​ສະ​ໄໝ​ລຽນ​ຕິດ​ແຕ່​ເດືອນ​ມັງ​ກອນ 1997-ເດື​ອນ​ທັນ​ວາ 2006. ໃນ​ໄລ​ຍະ​ດຳ​ລັງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ອານ​ນັນ​ໄດ້​ມີ​ຄຳ​ເຫັນ​ແລະ​ສ​ະ​ເໜີ​ແຜນ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ຫຼາຍ​ດ້ານ​ເຊັ່ນ: ການ​ບໍ​ລິ​ຫານ​ຕໍ່​ສຳ​ນັກ​ເລ​ຂາ​ທິ​ການ, ການ​ປະ​ກອບ​ເປັນ​ສະ​ພາ​ມົນ​ຕີ, ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ແລະ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ອື່ນໆ, ແລະ​ໄດ້​ມີ​ການ​ຮຽກ​ຮ້ອງ​ແລະ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາ​ຟ​ຣີ​ກາ, ຍົກ​ສູງ​ຖາ​ນະ​ຂອງ​ແມ່​ຍິງ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ​ຄວາມ​ບໍ່​ຍຸດ​ຕິ​ທຳ, ປັບ​ປຸງ​ການ​ສຶກ​ສາ, ຫຼຸດ​ຜ່ອນ​ການ​ເປັນ​ພະ​ຍາດ​ເອດ໊ ແລະ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ, ທັງ​ໄດ້​ຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ຂອງ​ປະ​ຊາ​ຄົມ​ໂລກ​ໂດຍ​ຜ່ານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຫາງ​ສຽງ​ສາ​ກົນ​ເຄີຍ​ຕີ​ລາ​ຄາ​ວ່າ, ໃນ​ໄລ​ຍະ​ທ່ານ​ໂກ​ຟີ ອານ​ນັນ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການນີ້​ມີ​ຊື່​ສຽງ​ສູງ​ຫຼາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ໃນ​ໄລ​ຍະ​ທ່ານ​ສິ້ນ​ສຸດ​ການ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຊຸດ​ທຳ​ອິດ, ທ່ານ​ພ້ອມ​ດ້ວຍ​ອົງ​ການນີ້​ໄດ້​ຮັບ​ລາງວັນ​ສັນ​ຕິ​ພາບ​ໂນ​ແບນ​ປີ 2001 ຮ່ວມ​ກັນ.

ຄຳ​ເຫັນ

0