尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສົ່ງ​ແພດ​ໝໍ​ພື້ນ​ເມືອງ​ຈີນ​ລວມ 2.000 ກວ່າ​ເທື່ອຄົນ​ໄປ​ອາ​ຟ​ຣິ​ກາ

2018-08-19 15:20:57 cri

ວັນ​ທີ 18 ສິງ​ຫາ​ນີ້, ທ່ານ ຢ​ວີ​ເວີນ​ມິງ ຫົວ​ໜ້າ​ກົມ​ຄຸ້ມ​ຄອງແພດ​ສາດ​ແລະ​ການ​ຢາພື້ນ​ເມືອງ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ບໍ​ລິ​ການ​ດ້ານ​ແພດ​ສາດ​ແລະ​ການ​ຢາ​ພື້ນ​ເມືອງ​ຈີນ​ແກ່​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ​ໂດຍ​ຜ່ານ​ການ​ປິ່ນ​ປົວ​ພະ​ຍາດ,ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ,ການ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ອື່ນໆ,ນັບ​ລວມ​ແລ້ວ​ໄດ້​ສົ່ງ​ແພດ​ໝໍ​ພື້ນ​ເມືອງ​ຈີນ 2.000 ກວ່າ​ເທື່ອຄົນ​ໄປ​ອາ​ຟ​ຣິ​ກາ.
 

ທ່ານ ຢ​ວີ​ເວີນ​ມິງ ກ່າວ​ໃນ​ເວ​ທີ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຫົວ​ຂໍ້​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ແລະ​ການ​ຢາ​ພື້ນ​ເມືອງ​ຈີນ-ອາ​ຟ​ຣິ​ກາ​ຂອງກອງ​ປະ​ຊຸມ​ລະ​ດັບ​ສູງ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ຈີນ-ອາ​ຟ​ຣິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ລັດ​ຖະ​ບານ​ຈີນ​ໄດ້​ເຊັນ​ສັນ​ຍາ​ດ້ານແພດ​ສາດ​ແລະ​ການ​ຢາພື້ນ​ເມືອງ​ຈີນ​ກັບ​ກາ​ນາ,ຕັງ​ຊາ​ນີ,ໂຄ​ໂມ​ໂຣ​ສ໌,ມາ​ລາ​ວີ,ເອ​ທີ​ໂອ​ປີ​ແລະ​ປະ​ເທດ​ອື່ນໆ. ແພດ​ສາດ​ແລະ​ການ​ຢາພື້ນ​ເມືອງ​ຈີນ​ໄດ້ຮັບ​ການ​ນຳ​ໃຊ້​ໃນ​ການບໍ​ລິ​ການ​ດ້ານ​ສຸ​ຂະ​ພາ​ບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ອາ​ຟ​ຣິ​ກາ,ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນການ​ປ້ອງ​ກັນ​​ປົວ​ພະ​ຍາດ​ຕິດ​ແປດ​ຢ່າງ​ຮຸນ​ແຮງ,ພະ​ຍາ​ດ​ທົ່ວ​ໄປ​ ພະ​ຍາດ​ທີ່ເກີດ​ຂຶ້ນ​ເລື້ອຍໆ​ແລະ​ການ​ຮັກ​ສາ​ສຸ​ຂະ​ພາບ​ດ້ານ​ການ​ປິ່ນ​ປົວ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາ​ເຫຼົ່າ​ນີ້.

ຄຳ​ເຫັນ

0