覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານ​ວາງ​ສະ​ແດງ​ສິ​ລະ​ປະ​ສຸດຍອດ​ຈີນ​ຢູ່​ບາງກອກ

2018-08-20 17:29:18 cri
ງານວາງສະແດງສິລະປະສຸດຍອດຈີນ “ມິ່ງຂວັນແຫ່ງ​ຊາດ”ທີ່ປະກອບ​ດ້ວຍການ​ວາງ​ສະ​ແດງ,ແນະ​ນຳ​ວິທີ​ການ​ຊື່ນ​ຊົມ​ແລະ​ງານດົນຕີໄດ້ໄຂ​ຂຶ້ນຢູ່ສູນ​ວັດ​ທະ​ນະ​ທຳ​ຈີນບາງກອກປະ​ເທດ​ໄທ​ໃນ​ວັນ​ທີ 19 ສິງ​ຫານີ້, ສິະ​ປະ​ຈີນ​ທີ່ມີເອ​ກະ​ລັກ​ສະ​ເພາະ​ແລະ​ມີມົນສະເໜ່​ໄດ້​ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ແກ່ຜູ້ຊົມທັງຫຼາຍ.


 ງານວາງສະແດງສິລະປະຄັ້ງນີ້ແມ່ນຈັດຂຶ້ນໂດຍສິ​ລະ​ປິນທີ່​ມີ​ຊື່​ສຽງຫຼາຍ​ທ່ານ​ຈາກ​ສະ​ຖາບັນປະດິດສິະ​ປະ​ວັນ​ນະ​ຄະ​ດີ​ສະ​ຖາບັນຄົ້ນຄວ້າສິະ​ປະ​ຈີນ​ທີ່ໄດ້ສ້າງສັນຜົນງານອັນສຸດຍອດອີງຕາມເອກະລັກພິເສດຂອງສິະ​ປະ​ຂະ​ແໜງ​ຕ່າງໆ ແລະເລືອກເຕົ້າໂຮມເອົາ​ສິ​ລະ​ປະຕ່າງໆ​ທີ່ເປັນ​ຕົວ​ແທນ​ໃຫ້​ແກ່​ສິ​ລະປະດັ້ງເດີມຂອງຈີນເຊັ່ນ ພິນຜີຜາ,ຊໍ​ເອີ້​ຫູ, ພິນບູຮານ, ເຄື່ອງປັ້ນ​ດິ​ນເຜົາ,ຜົນ​ງານ​ສິ​ລະປະ​ການ​ຂຽນ​ຕົວ​ອັກສອນ​ແລະ​ຮູບ​ແຕ້ມ​ຈີນ​ແລະ​ອື່ນໆ ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ໃໝ່​ອ່ຽມ​ໃຫ້​ແກ່​ຜູ້​ຊົມ​ທັງຫຼາຍ.

 ທ່ານຈູ່ເລີ້​ເກິ່ງ ຫົວ​ໜ້າ​ສະ​ຖາບັນປະດິດສິລະປະວັນນະຄະຄີຂອງສະຖາ​ບັນ​ຄົ້ນ​ຄວ້າ​ສິ​ລະ​ປະ​ຈີນ​ໃຫ້​ຮູ້ວ່າ: ງານ​ວາງ​ສະ​ແດງ​ສິ​ລ​ະປະຄັ້ງນີ້ຈະຈັດໃຫ້ມີ​ການບັນຍາຍ​ທາງວິຊາ​ການ​ຈາກ ແງ່ມູມພິເສດ,ຫວັງວ່າຈະເຮັດໃຫ້ຜູ້ຊົມໄທສາ​ມາດ​ຮັບ​ຮູ້​ແລະ​ສຳ​ຜັດ​ໄດ້ກັບ​ຫົວ​ກະທິແລະມົນສະເໜ່ຂອງວັດທະນະທຳດັ້ງເດີມແລະສິລະປະອະມະຕະຂອງຈີນ​ຢ່າງ​ຮອບດ້ານແລະເຂົ້າໃຈໄດ້​ງ່າຍ. 

ຄຳ​ເຫັນ

0