尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນສ.ເກົາ​ຫຼີ ແລະ ສ​ປ​ປ ເກົາ​ຫຼີ ໄດ້​ມາ​ພົບ​ໜ້າ​ພໍ້​ຕາ​ກັນ

2018-08-20 16:15:56 cri

​ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫາ​ນີ້, ​ປະ​ຊາ​ຊົນ ສ.ເກົາ​ຫຼີ 89 ຄົນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ເຕົ້າ​ໂຮມ​ຄອບ​ຄົວ​ທີ່​ພັດ​ພາກ​ຈາກ​ກັນໄປ​ຢູ່​ຄົນ​ລະ​ທິດ. ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ຈາກ​ໂຊກ​ໂຊ​ທີ່​ເປັນ​ເມືອງ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ສ.ເກົາ​ຫຼີ, ໄປ​ພົບ​ໜ້າ​ພໍ້​ຕາ​​ກັບ​ຄອບ​ຄົວຂອງ​ເຂົາ​ເຈົ້າ​ຢູ່​ພູ​ເກີມ​ກາງ​ ສ​ປ​ປ ເກົາ​ຫຼີ.
 

ຕາມ​ກະ​ຊວງ​ທ້ອນ​ໂຮມ​ປະ​ເທດຊາດເປັນ​ເອ​ກະ​ພາບ​ຂອງ ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ: ຄາດ​ວ່າ ປະ​ຊາ​ຊົນ ສ.ເກົາ​ຫຼີ ຈະ​ເດີນ​ທາງ​ໄປ​​ເຖິງ​ພູ​ເກີມ​ກາງ​ໃນ​ເວ​ລາ 12 ໂມງ 30 ນາ​ທີ​ຂອງ​ມື້​ດັ່ງ​ກ່າວ,ແລະຈະ​ເລີ່ມ​ກິດ​ຈະ​ກຳໃນ​ເວ​ລາ 15 ໂມງ.
 

ສ.ເກົາ​ຫຼີ ແລະ ສ​ປ​ປ ເກົາ​ຫຼີ​ ໄດ້​ຕົກ​ລົງ​ກັນຈະ​ຈັດ​ກິດ​ຈະ​ກຳ​ເຕົ້າ​ໂຮມ​ຄອບ​ຄົວ​ທີ່ພັດ​ພາກ​ຈາກ​ກັນ​ໄປ​ຢູ່​ຄົນ​ລະ​ທິດ​​​ສອງ​ເທື່ອຢູ່ພູ​ເກີມ​ກາງ. ໃນ​ວັນ​ທີ 20 ຫາ​ວັນ​ທີ 22 ສິງ​ຫາ​ນີ້, ​ປະ​ຊາ​ຊົນ ສ​.ເກົາ​ຫຼີ 89 ຄົນ​ຈະໄດ້​ພົບ​ໜ້າ​ພໍ້​ຕາ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຢູ່ ສ​ປ​ປ ເກົາ​ຫຼີ. ໃນ​ວັນ​ທີ 24 ຫາ​ວັນ​ທີ 26 ສິງ​ຫາ​ນີ້, ​ປະ​ຊາ​ຊົນ ສ​ປ​ປ ເກົາ​ຫຼີ 83 ຄົນ​ຈະໄດ້​ພົບ​ໜ້າ​ພໍ້​ຕາກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້​າ​ຢູ່ ສ​.ເກົາ​ຫຼີ ເຊັ່ນ​ກັນ.

ຄຳ​ເຫັນ

0