尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດກອງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກປີ 2018

2018-08-20 15:59:05 cri

ກອ​ງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກ​ປີ 2018 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 19 ສິງ​ຫາ​ນີ້ ໃນ​ໄລ​ຍະ​ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ຜູ້​ຊ່ຽວ​ຊານ​ຂອງກອງ​ປະ​ຊຸມ​​ຄັ້ງ​ນີ້ໄດ້​ເປີດ​ເຜີຍ “ 10 ຂົງ​ເຂດ​ທີ່ນຳ​ໃຊ້ຫຸ່ນ​ຍົນ​ຈະ​ເລີນ​ໃໝ່”.
 

ທ່ານ ວາງ​ທຽນ​ມຽວ ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ຜູ້​ຊ່ຽວ​ຊານ​ຂອງກອງ​ປະ​ຊຸມ​ຫຸ່ນ​ຍົນ​ໂລກ​ໄດ້​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ​ມີ 3 ປັດ​ໄຈ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຫຸ່ນ​ຍົນ. ໜຶ່ງ, ​ການ​ປ່ຽນ​ແປງ​ຂອງອົງ​ປະ​ກອບ​ປະ​ຊາ​ກອນແລະ​ສະ​ພາບ​ສັງ​ຄົມ; ສອງ, ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ໃນ​ສະ​ໄໝ​ໃໝ່ໄດ້​ຂັບ​ເຄື່ອນ​ການ​ປະ​ຕິ​ຮູບ​ຈາກວິ​ທະ​ຍາ​ສາດ​ສູ່​ເຕັກ​ນິກ,ຈາກ​ເຕັກ​ນິກສູ່ອຸດ​ສາ​ຫະ​ກຳ ແລະ ສາມ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ການ​ຈຸດ​ເຕີບ​ໂຕ​ໃໝ່​ໂດຍ​ດ່ວນ.
 

10 ຂົງ​ເຂດ​ນຳ​ໃຊ້​ຫຸ່ນ​ຍົນທີ່​ຈະ​ເລີນ​ໃໝ່​ທີ່​ເປີດ​ເຜີຍ​ໃນ​ມື້​ດັ່ງ​ກ່າວ​ແມ່ນ: ​ສາງເກັບ​​ມ້ຽນເຄື່ອງ​ແລະ​ການ​ຈໍ​ລະ​ຈອນ,ການ​ຜະ​ລິດ​ແລະ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນອຸ​ປະ​ໂພກ-​ບໍ​ລິ​ໂພກ,ການ​ຜ່າ​ຕັດສັນ​ຍະ​ກຳ,ການ​ຈໍ​ລະ​ຈອນ​ເຖິງ​ສະ​ຖານ​ທີ່, ເຄື່ອງ​ສະ​ມາດ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ແລະ​ການ​ດູ​ແລຈິດ​ໃຈ,​ການ​ອະ​ນາ​ໄມ​ວິ​ຊາສະ​ເພາະ​ຕໍ່​ເປົ້າ​ໝາຍ​ພິ​ເສດ​ແລະ​ສິ່ງແວດ​ລ້ອມ​ທີ່​ສັບ​ສົນ​,ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຕົວ​ເມືອງໃນ​ກໍ​ລະ​ນີ​ສຸກ​ເສີນ,ການ​ຖ່າຍ​ທຳ​ແລະ​ຜະ​ລິດ​ຄວາມ​ບັນ​ເທີງ​ທາງຮູບ​ເງົ​າ​ແລະໂທ​ລະ​ພາບ​,ການ​ຂຸດ​ຄົ້ນ​​ພະ​ລັງ​ງານແລະ​ບໍ່​ແຮ່,ກາ​ນ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ທະ​ຫານ.

ຄຳ​ເຫັນ

0