覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວ​ນ​ຊົນ​ອາ​ເມ​ຣິ​ກາ​ມີ​ຄວາມ​ສົນ​ໃຈຕໍ່​ການ​ປຶກ​ສາ​ຫາ​ລື​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

2018-08-20 17:23:53 cri
ວັນທີ 16 ສິງຫາ​ນີ້, ກະ​ຊວງການຄ້າຈີນປະກາດ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນຂອງ​ອາ​ເມ​ຣິກາ, ທ່ານຫວາງໂຊ້ເວີນ ຮອງລັດຖະມົນຕີ​ກະ​ຊວງການຄ້າຈີນທັງເປັນຮອງຜູ້ຕາງໜ້າເຈລະຈາ​ການ​ຄ້າ​ສາກົນຈະນຳ​ພາ​ຄະ​ນະ​ຜູ້​ແທນ​ຢ້ຽມຢາມ​ອາ​ເມ​ຣິກາໃນທ້າຍເດືອນສິງຫາ​ນີ້​ເພື່ອ​ປຶກ​ສາ​ຫາ​ລືກັບຄະນະຜູ້ແທນ​ອາ​ເມ​ຣິກາ​ກ່ຽວກັບບັນຫາເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. 


 ສື່ມວນຊົນອາເມຣິ​ກາ​ຈຳ​ນວນບໍ່ໜ້ອຍໄດ້ລາຍ​ງານວ່າ ຂ່າວກ່ຽວ​ກັບຈີນ-ອາເມຣິ​ກາ​ຈະ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດການຄ້າຄືນໃໝ່ນັ້ນໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ຕະຫຼາດ. CNBC ເຊິ່ງ​ເປັນ​ສື່​ມວນຊົນເສດ​ຖະ​ກິດການເງິນ​ອາ​ເມ​ຣິກາລາຍ​ງານວ່າ: ວັນທີ 17 ສິງຫາ​ນີ້ ດັດ​ຊະ​ນີ​ສະ​ເລ່ຍ​ຂອງອຸດສາຫະກຳດາວຈອນໄດ້ສູງຂຶ້ນ 110,59 ຈຸດ ແລະບັນລຸ​ເຖິງ 25669,32 ຈຸດໃນເວລາປິດຕະຫຼາດ. 

 ຂະນະດຽວ​ກັນ, ກໍ​ມີ​ສື່ມວ​ນຊົນອາເມຣິ​ກາ​ໄດ້​ລາຍງານໂດຍສະແດງເຖິງຄວາມເປັນຫ່ວງຂອງ​ປະຊາຊົນພາຍໃນອາເມຣິ​ກາ​ທີ່ມີຕໍ່ນະໂຍ​ບາຍການຄ້າຂອງລັດຖະບານ. ໜັງສືພິມວໍຊິງຕັນໂພໄດ້ລົງພິມ​ບົດ​ວິ​ເຄາະ​ບົດໜຶ່ງກ່ອນໜ້ານີ້​ບໍ່​ດົນ​ວ່າ ນັບ​ແຕ່​ຂຶ້ນ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ​ທີ່ນຳເຂົ້າຈາກຕ່າງປະເທດເປັນຕົ້ນມາ, ນະໂຍ​ບາຍການຄ້າແຕ່ຝ່າຍ​ດຽວ​ທີ່ລັດຖະບານ​ອາ​ເມ​ຣິກາປະຕິ​ບັດ​ໃນ​ໄລ​ຍະມໍ່ໆ​ມານີ້ໄດ້ພາໃຫ້ຄູ່​ການ​ຄ້າ​ທັງຫຼາຍ​ຂອງອາເມຣິ​ກາມີຄວາມ​ກັງ​ວົນ. 

ນອກນີ້, ໜັງ​ສືພິມ The Hill  ຂອງອາເມຣິ​ກາ​ໄດ້​ລົງ​ພິມບົດວິຈານໂດຍຊີ້ໃຫ້ເຫັນວ່າ ອຸປະສັກໃຫຍ່​ອັນ​ໜຶ່ງ​ທີ່ຂັດຂວາງ​ການ​ປຶກາ​ຫາລື​ບັນ​ຫາ​ເສດ​ຖະ​ກິດການຄ້າຈີນ-ອາເມຣິ​ກາ​ໃນ​ປັດ​ຈຸບັນຄື​ລັດ​ຖະ​ບານອາເມຣິ​ກາ​ໃຫ້​ຄວາສຳຄັນສູງເກີນໄປຕໍ່ການຂາດ​ດຸນການຄ້າ, ຂະນະດຽວ​ກັນ, ບົດ​ຄວາມຍັງໄດ້ລະບຸ​ອີກວ່າ: ນະ​ໂຍບາຍລັດທິປົກປ້ອງ​ການ​ຄ້າ​ທີ່ລັດຖະບານ​ອາ​ເມ​ຣິກາປະຕິບັດຕໍ່ຈີນໃນປັດຈຸບັນຈະເຮັດໃຫ້ວິສາຫະກິດ​ອາ​ເມ​ຣິກາສູນເສຍໂຄຕາຕະຫຼາດທັງພາຍໃນແລະຕ່າງປະເທດ ແລະ​ເຮັດ​ໃຫ້ຕ່ອງໂສ້ມູນຄ່າທົ່ວໂລກເກີດ​ມີການ​ເໜັງ​ຕີງ. 

ຄຳ​ເຫັນ

0