蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສະ​ຖານ​ປະ​ກາດ​ຢຸດ​ຍິງ​ກັບ​ກຸ່ມ​ຕາ​ລີ​ບັນ​ຢ່າງ​ມີ​ເງື່ອນ​ໄຂ

2018-08-20 15:33:06 CRI

ສື່ມວນ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ລາຍ​ງານ​ໃນ​ວັນ​ທີ 19 ສິງ​ຫາ​ນີ້​ວ່າ, ທ່ານອ​າສ​ຣັ​ຟ ກາ​ນີ ອາ​ມາ​​ຊາຍ ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສະ​ຖານ​ປະ​ກາດ​ໃນ​ມື້​ດຽວ​ກັນ​ວ່າ, ລັດ​ຖະ​ບານ​​ຕົນຈະ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ເປັນ​​ເວ​ລາ 3 ເດືອນ​ຢ່າງ​ມີ​ເງື່ອນ​ໄຂ​ກັບ​ກຸ່ມ​ຕາ​ລີ​ບັນ​ຂອງ​ປະ​ເທດ​ຕົນ.

ທ່ານ​ກາ​ນີ​ກ່າວ​ວ່າ, ລັດ​ຖະ​ບານ​ແລະ​ກຸ່ມ​ຕາ​ລີ​ບັນ​ຈະ “ປະ​ຕິ​ບັດ​ການ​ຢຸດ​ຍິງ​ຢ່າງ​ມີ​ເງື່ອນ​ໄຂ”. ໄລ​ຍະ​ການ​ຢຸດ​ຍິງ​ຈະ​ເປັນ​ເວ​ລາ 3 ເດືອນ ແລະ ເລີ່ມ​ປະ​ຕິ​ບັດ​ໃນ​ວັນ​ທີ 20 ສິງ​ຫາ​ນີ້ ພາຍຫຼັງ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ກຸ່ມ​ຕາ​ລີ​ບັນ. ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕາ​ລີ​ບັນ​ຍັງ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ເລື່ອງ​ນີ້.

ຂະ​ນະ​ດຽວ​ກັນ, ວົງ​ການ​ຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຈັດ​ກິດ​ຈະ​ກຳ​ຕ່າງໆ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ອັ​ຟ​ກາ​ນິ​ສະ​ຖານ​ຄົບ​ຮອບ 99 ປີ. ທ່ານ​ກາ​ນີ​ໄດ້​ວາງ​ພວງ​ມາ​ລາ​ຕໍ່​ໜ້າອະ​ນຸ​ສາ​ວະ​ລີ​ເອ​ກະ​ລາດ​ທີ່​ກະ​ຊວງ​ປ້ອງ​ກັນປະ​ເທດ​ຢູ່​ນະ​ຄອນຫຼວງ​ກາ​ບູນ ແລະ ສະ​ແດງ​ຄວາມ​ເຄົາ​ລົບ​ຢ່າງ​ສູງ​ຕໍ່​ເຈົ້າ​ໜ້າ​ທີ່​ຄວາມ​ໝັ້ນ​ຄົງ​ທີ່​ໄດ້​ເສຍ​ສະຫຼະ ເພື່ອ​ພາ​ລະ​ກິດ​ສັນ​ຕິ​ພາບ​ແຫ່ງ​ຊາດ.

ຄຳ​ເຫັນ

0