覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​ສຳ​ຄັນ​ມຽນ​ມາໃຫ້​ທັດ​ສະ​ນະ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ທາງ​ເສດ​ຖະ​ກິດ​ການ​ຄ້າຈີນ-ອາ​ເມ​ຣິ​ກາ

2018-08-20 17:14:29 cri
ທ່ານໂຄໂຄ ໄລ ອະດີດຫົວໜ້າທິ່ປຶກສາ​ການ​ເມືອງ​ຂອງປະທາ​ນາ​ທິບໍດີ​ມຽນ​ມາ, ຫົວ​ໜ້າ​ສູນ​ຄົ້ນ​ຄວ້າຍຸດ​ທະ​ສາດ​ແລະ​ບັນ​ຫາ​ສາກົນມຽນມາໃຫ້ສຳພາດຕໍ່ນັກຂ່າວ CRI ຫວ່າງບໍ່ດົນມາ​ນີ້ວ່າ: ຄວາມຂັດແຍ້ງທາງ​ດ້ານ​ເສດ​ຖະ​ກິດການຄ້າລະຫວ່າງຈີນ-ອາເມຣິ​ກາ​ເກີດ​ຂຶ້ນຍ້ອນ​ນະ​ໂຍບາຍເສດຖະກິດທີ່​​ແຕກຕ່າງ​ກັນ​ຂອງ​ສອງ​ປະ​ເທດ. ວິ​ທີ​ແກ້​ໄຂ​ທີ່​ດີທີ່ສຸດແມ່ນຄວາມເຂົ້າໃຈເຊິ່ງ​ກັນ​ແລະ​ກັນ​ແລະ​ການ​ຮ່ວມມື​ກັນ. ສອງ​ຝ່າຍ​ຄວນດຳເນີນ​ການ​ເຈ​ລະ​ຈາດ້ານເສດຖະກິດ,ການເມືອງແລະຍຸດທະສາດ, ພະຍາ​ຍາມ​ເພື່ອບັນລຸ​ການໂຍະຍານຕໍ່ກັນ,ເຂົ້າ​ໃຈ​ກັນ, ຮ່ວມມື​ກັນ​ແລະມີຄວາມຮັບຮູ້ເປັນເອ​ກະ​ພາບກັນ. 


 ທ່ານໂຄໂກໄລກ່າວຕື່ມ​ວ່າ: ເບິ່ງ​ຈາກ​ສະ​ຖານະການໃນປັດຈຸ​ບັນ, ອາ​ເມ​ຣິກາ​ບໍ່​ພຽງ​ແຕ່​​ມີ​ຂັດ​ແຍ້ງກັບ​ຈີນ​ໃນດ້ານເສດຖະກິດ​ການ​ຄ້າ​ເທົ່າ​ນັ້ນ, ຍັງມີ​ຂັດ​ແຍ້ງ​ໄປທົ່ວໂລກໃນດ້ານ​ນີ້ອີກ​ດ້ວຍ. ເບິ່ງຈາກໄລຍະຍາວແລ້ວ, ການໃຊ້ນະໂຍ​ບາຍ​ປົກ​ປ້ອງການຄ້າຈະຕ້ອງເຮັດໃຫ້ປະເທດຕົນເສຍຄູ່​ການ​ຄ້າ​ແນ່ນອນ ແລະສ້າງຜົນເສຍຫາຍຕໍ່ຜົນປະໂຫຍດ​ຂອງ​ຝ່າຍ​ທີ່​ກ່ຽວຂ້ອງ. 

ຄຳ​ເຫັນ

0