吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

4 ອາທິດ​ຜ່ານ​ມາ​ນ້ຳ​ຖ້ວມ​ກຳ​ປູ​ເຈຍ​ມີ​ຜູ້​ເສຍ​ຊີວິດ 18 ຄົນ

2018-08-21 15:53:52 cri

ວັນ​ທີ 20 ສິງຫາ​ນີ້, ​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ​ກ່າວ​ວ່າ: ລະດັບ​ແມ່​ນ້ຳຂອງ​ສູງ​ຂຶ້ນພາ​ໃຫ້​ເກີດ​​ໄພ​ນ້ຳ​ຖ້ວມ ​ປະ​ເທດ​ຕົນມີ​ຜູ້​ເສຍ​ຊີວິດ 18 ຄົນ, ​ໃນ​ນັ້ນ ມີ​ເດັກນ້ອຍ 8 ຄົນ.

​ໂຄສົກ​ຄະນະ​ກຳມະການ​ຄຸ້​ມຄອງ​​ໄພພິບັດ​ແຫ່ງ​ຊາດ​ກຳປູ​ເຈຍ​ກ່າວ​ວ່າ: ​ເຂດ​ປະສົບ​ໄພ​ຕົ້ນຕໍ​ແມ່ນ 6 ແຂວງ​ຢູ່​ລຽບຕາມ​ແມ່​ນ້ຳຂອງ ຄື: ສະ​ເຕິ​ງ​ໄຕຣ, ກໍຣ​ແຈະ ​ແລະ​ອື່ນໆ, ​ໄດ້​ມີ​ຫຼາຍ​ກວ່າ 83 ພັນຄອບຄົວ​ຖືກ​ປະສົບ​ໄພ, ຫຼາຍ​ກວ່າ 7200 ຄອບຄົວ​ໄດ້​ຍົກຍ້າຍ​ໄປ​ສະຖານ​ທີ່​ປອດ​ໄພ ​ແລະ​ມີ​ເນື້ອທີ່​ການ​ປູູກຝັງປະມານ 45 ພັນ​ເຮັກຕາ​​ຖືກນ້ຳ​ຖ້ວມ.

ປັດຈຸບັນ​ນີ້, ກຳປູ​ເຈຍ​ກຳລັງ​ຢູ່​​ໃນ​ລະດັບ​ເຕືອນ​​ໄພ​ນ້ຳ​ຖ້ວມ. ລະດັບ​​ແມ່​ນ້ຳຂອງ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ແລະ​ແຂວງສະ​ເຕິ​ງ​ໄຕຣ ​ແລະ​ອື່​ນໆກໍ​ຢູ່​ໃນ​ລະດັບ​ເຕືອນ​ໄພ.

 

ຄຳ​ເຫັນ

0