黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານ​ແລະ​ຄຸນ​ນະ​ພາບ​ດ້ານ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ຢູ່​ຈີນ​ເພີ່ມ​ຂຶ້ນ, ກຳ​ລັງ​ດຶງ​ດູດ​ຂອງ​ຕະ​ຫຼາດ​ຈີນ​ມາ​ຈາກ​ບ່ອນ​ໃດ?

2018-08-21 16:32:15 cri

ຕົວ​ເລກສະ​ຖິ​ຕິ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລ​ະ​ກົດປີ​ນີ້​ຈີນ​ໄດ້​ອະ​ນຸ​ມັດວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໃໝ່ 35.239 ແຫ່ງ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 99,1%, ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດຕົວ​ຈິງ​ບັນ​ລຸ​ເຖິງ 496.71 ຕື້​ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 2,3%.

ເບິ່ງ​​ໃນ​ດ້ານ​ປະ​ລິ​ມານແລ້ວ, ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ​ໄປ​ໃນ​ທາງ​ທີ່​ດີ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ກໍ​ຄື, ​ຄຸນ​ນະ​ພາບການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ຈາກ​ຂົງ​ເຂດ​ປຸງ​ແຕ່ງ​ທີ່​ມີ​ມູນ​ຄ່າ​ເພີ່ມ​ໜ້ອຍ​ຄ່ອງໆ​ຫັນ​ໄປ​ສູ່​ຂົງ​ເຂດ​ການ​ຜະ​ລິດ​ດ້ວຍ​ເຕັກ​ນິກ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ. ໂຄງ​ປະ​ກອບ​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​​ເສດ​ຖະ​ກິດ​ຈີນ​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ຈະ​ແຈ້ງ.

ໃນໄລ​ຍະ​ເວ​ລາ​ທີ່​ອາ​ເມ​ຣິ​ກາ​ກໍ່​ສົງ​ຄາມ​ການ​ຄ້າ, ສະ​ຖາ​ນະການ​ເສດ​ຖະ​ກິດ​ໂລກ​ສະ​ຫຼັບ​ສັບ​ຊ້ອນ, ​ແຕ່​ຈີນ​ຍັງ​ໄດ້ຮັບ​ຜົນ​ສຳ​ເລັດ​ໃນ​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ, ສາ​ເຫດ​ແມ່ນ​ຫຍັງ​?

ໜຶ່ງ, ແມ່ນ​ຍ້ອນ​ວ່າ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ຂໍ້​ຈຳ​ກັດ​ດ້ານກ​ານ​ລົງ​ທຶນ​ໄດ້​ຫຼຸດ​ລົງ​ເທື່ອ​ລະ​ກ້າວ. ສອງ, ຈີນ​ມີ​ທ່າ​ແຮງ​ພິ​ເສດ​ດ້ານ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ, ຄວາມ​ສາ​ມາດ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ແລະ​ຕະ​ຫຼາດ, ສາ​ມາດ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ. ສາມ, ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​​ມາດ​ຕະ​ການ​ທີ່​ສືບ​ຕໍ່​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ສິ່ງ​ເຫຼົ່າ​ນີ້​ແມ່ນລ້ຳ​ຄ່າ​​ໃນ​ເງື່ອນ​ໄຂ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​​ຟື້ນ​ຄືນ​ໃໝ່.ປັດ​ຈຸ​ບັນ, ຕະ​ຫຼາດ​ຈີນ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັ​ນ​ວ່າທຶນ​ທົ່ວ​ໂລກ​ແລະ​ບໍ​ລິ​ສັດ​ຂ້າມ​ຊາດ​ມີ​ຄວາມ​ໝັ້ນ​ໃຈ​ມີ​ຄວາມ​ຫວັງຢ່າງ​ເຕັມ​ທີ່​ຕໍ່​ອະ​ນາ​ຄົດ​ຂອງ​ຈີນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂລ​ກາ​ພິ​ວັດ​​ເປັນ​ຄຸນ​ຄ່າ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕ່າງໆ. ​ມີ​ບົດ​ບາດສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ແລະ​ສ້າງ​ເສດ​ຖະ​ກິດ​ເປີດ​ປະ​ຕູ​ຂອງ​ໂລກ.

ປີ​ນີ້​ແມ່ນ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອ​ງ​ຈີນ​ຄົບ​ຮອບ 40 ປີ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ປະ​ກ​າດ​ໃນ​ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືເສດ​ຖະ​ກິດໂລກ​​ດາ​ວົ​ສໃນ​ປີ​ຜ່ານ​ມາ​ວ່າ, ເລີ່ມ​ແຕ່ປີ 2017 ຫາ​ປີ 2021, ຈີນ​ຈະ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ 600 ຕື້​ໂດ​ລາ​ສະ​ຫະ​ລັດ. ນີ້​ແມ່ນ​ໂອ​ກາດ​ໃໝ່​ສຳ​ລັບ​ປະ​ເທດ​ຕ່າງໆ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໂດຍ​ບໍ່​ຕ້ອງ​ສົງ​ໃສ. ໃນ​ອະ​ນາ​ຄົດ, ຈີນ​ຍັງ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ໄປ​ຕາມ​ຈັງ​ຫວະ​ຂອງ​ຕົນ​ເອງ, ໂຍະ​ຍານຄວາມ​ຈຳ​ກັດ​ດ້ານ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຕື່ມ​ອີກ, ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ຊີ​ວິດຊີ​ວາ​ຫຼາຍກວ່າ​ເກົ່າ, ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່​າ​ເກົ່າ​ຢູ່​ຕະ​ຫຼາດ​ຈີນ.

ຄຳ​ເຫັນ

0