尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳ​ຫຼວດ​ຕວກ​ກີ​ຈັບ​​ຜູ້​ຕ້ອງ​ສົງ​ໄສຍິງ​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕວກ​ກີ​ສອງ​ຄົນ

2018-08-21 15:45:11 cri

ວັນ​ທີ 20 ສິງ​ຫາ​ນີ້, ອົງ​ການ​ປົກ​ຄອງ​ແຂວງ​ອັງ​ກາ​ຣາ​ຂອງ​ຕວກ​ກີ​ກ່າວ​ວ່າ: ໃນ​ມື້​ດຽວ​ກັນ,ຜູ້​ຕ້ອງ​ສົງ​ໄສ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ຍິງ​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕວກ​ກີ​ສອງ​ຄົນ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຕວກ​ກີ​ຈັບ​ຕົວ.
 

ອົງ​ການ​ປົກ​ຄອງດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຜູ້​ຕ້ອງ​ສົງ​ໄສ​ສອງ​ຄົນ​ລ້ວນ​ແຕ່​ແມ່ນ​ພົນ​ລະ​ເມືອງ​ຕວກ​ກີ,ເຂົາ​ເຈົ້າ​ໄດ້ສາ​ລະ​ພາບເປັນ​ຜູ້​ຍິງ​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕວກ​ກີ​. ປັດ​ຈຸ​ບັນ, ​ຈຸດ​ປະ​ສົງ​ຂອງ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​ຜູ້​ຕ້ອງ​ສົງ​ໄສ​ພວມ​ຢູ່​ໃນ​​ຂັ້ນ​ຕອນ​ການສືບ​ສວນ.
 

ໃນ​ຫຼາຍ​ມື້​ຜ່າ​ນ​ມາ,ການ​ພົວ​ພັນ​ທີ່​ເຄັ່ງ​ຕຶງ​ລະ​ຫວ່າງ​ຕວກ​ກີ-ອາ​ເມ​ຣິ​ກາ​ໄດ້​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,ປະ​ຊາ​ຊົນ​ຕວກ​ກີ​ຈຳ​ນວນ​ໜຶ່ງ​ໄດ້​ມີ​ອາ​ລົມ​ຕໍ່​ຕ້ານ​ອາ​ເມ​ຣິ​ກາ​ນັບ​ມື້​ນັບ​ຫຼາ​ຍຂຶ້ນ.ໃນ​ເວ​ລາ​ປະ​ມານ 5 ໂມງ​ຂອງວັນ​ທີ 20 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຕວກ​ກີ​ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ​​ໄດ້​ຖືກມື​ປືນ​ທີ່​ບໍ່​ຊາບ​ຝ່າຍ​ຍິງ,ເຫດ​ການ​ເທື່ອ​ນີ້ບໍ່​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ. ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ກ່າວ​ປະ​ນາ​ມ​ຕໍ່​ເຫດ​ດັ່ງ​ກ່າວ​ວ່າການ​ກະ​ທຳ​ແບບ​ນີ້​ແມ່ນ​ມີ​ເຈດ​ຕະ​ນາ​ກໍ່​ຄວາມ​ວຸ້ນ​ວາຍ​ຢ່າງ​ແນ່ນອນ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຕວກ​ກີ​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ເພີ່​ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພະ​ນັກ​ງານ​ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ອາ​ເມ​ຣິ​ກາ​ປະ​ຈຳ​ຕວກ​ກີ​ຢ່າງ​ເຂັ້ມ​ງວດ.

ຄຳ​ເຫັນ

0