尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ຕົວ​ຈິງ​ຈີນ-ມາ​ເລ​ເຊຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່

2018-08-21 16:24:46 cri

ທ່ານ​​ມາ​ຮາ​ເທຍ ບິນ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່​ໃນໄວອາ​ຍຸ 93 ປີ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ຄືນໃໝ່​ໃນ​ວັນ​ທີ 21 ສິງ​ຫາ​ນີ້. ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ສ່ວນຫຼາຍ​ເຫັນ​ວ່າ, ຫຼັກ​ໝັ້ນ​ຕໍ່​ຈີນ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ທີ່​ນຳ​ພາ​ໂດຍ​ທ່ານ​ມາ​ຮາ​ເທຍ​ຈະ​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ, ຈົນ​ວ່າ​ມີ​ບາງ​ສື່ວິ​ເຄາະ​ວ່າ ຈະ​ມີ​ນະ​ໂຍ​ບາຍ​ວາງທິດທາງ “ຕ້ານ​ຈີນ”. ແຕ່​ວ່າ, ທ່ານ​ມາ​ຮາ​ເ​ທຍ​ພັດ​ເລືອກ​ຈີນ​ເປັນ​ປະ​ເທດ​ທຳ​ອິດ​ນອກຈາກ​ປະ​ເທດ​ອາ​ຊຽນ​ໃນ​ການ​ຢ້ຽມ​ຢາມ ພາຍຫຼັງ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ.
 

ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ​ມາ​ຮາ​ເ​ທຍ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​​ຍ້ອງ​ຍໍຊົມ​ເຊີຍ​ຕໍ່​ລັດ​ຖະ​ບານ​ມາ​ເລ​ເຊຍ ແລະ ທ່ານ​ມາ​ຮາ​ເ​ທຍ​ທີ່​ໄດ້​​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ຈີນ-​ມາ​ເລ​ເຊຍ, ​ຍ້ອງ​ຍໍຊົມ​ເຊີຍ​ທ່ານ​ມາ​ຮາ​ເ​ທຍ​​ທີ່ຖື​ຈີນ​ຄືໂອ​ກາດ​​ແຫ່ງ​ການພັດ​ທະ​ນາ ແລະ ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ​ຍ້ອງ​ຍໍຊົມ​ເຊີຍ​ທ່ານ​ມາ​ຮາ​ເທຍ​ທີ່​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ. ການ​​ຍ້ອງ​ຍໍຊົມ​ເຊີຍ​ໃນ​ສາມ​ດ້ານ​ນີ້​ໄດ້​ເປັນ​ການ​ຕີ​ລາ​ຄາ​ສູງ​ຕໍ່​ບຸກ​ຄົນສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ມາ​ເລ​ເຊຍ ແລະ ເປັນ​ນັກ​ການ​ເມືອງ​ທີ່​ມີ​ປະ​ສົບ​ການ​ທີ່​ອຸ​ດົມ​ສົມ​ບູນ.
 

ທ່ານ​ມາ​ຮາ​ເທຍ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ສະ​ແດງ​ທ່າ​ທີ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ວ່າ, ນະ​ໂຍ​ບາຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຕໍ່​ຈີນ​ຂອງ​ມາ​ເລ​ເຊຍ​ຈະ​ບໍ່​ມີ​ກາ​ນ​ປ່ຽນ​ແປງ. ທ່ານ​ມາ​ຮາ​ເທຍ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ສະ​ເໜີ​ອອກ​ມາ​ນັ້ນ ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່ ແລະ ການ​ຮ່ວມ​ມື​ພາກ​ພື້ນ ເຊິ່ງ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ທັງ​ໝົດ​ໃນ​ພາກ​ພື້ນ. ມາ​ເລ​ເຊຍ​ສະ​ໜັບ​ສະ​ໜູນ​ແລະ​ຍິນ​ດີ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ເຊື່ອ​ວ່າ ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.
 

ບໍ​ລິ​ສັດ​ຫຼັກ​ຊັບ​ໂນ​ມູ​ຣະ​ຂອງ​ຍີ່​ປຸ່ນໄດ້​ເຜີຍ​ແຜ່ບົດ​ລາຍ​ງານ​​ສະ​ບັບ​ໜຶ່ງ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ເລ​ເຊຍ​​ເປັນ​ໜຶ່ງ​ໃນ 4 ​ກຸ່ມ​ເສດ​ຖະ​ກິດ​ອາ​ຊີທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ໝູ່​ຈາກ​ການ​ສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໄດ້​ດຶ​ງ​ດູດ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງ​ຫຼາຍກວ່າ 34,2 ຕື້​ໂດ​ລາ​ສະ​ຫະ​ລັດ,ເທົ່າ​ກັບ​ປະ​ມານ 10% ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ຂອງ​ປະ​ເທດ​ດັ່ງ​ກ່າວ. ນັກ​ວິ​ເຄາະ​ຊີ້​ວ່າ: ພາຍ​ໃຕ້​ຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ການ​ຮ່ວມ​ມືຕົວ​ຈິງ​ລະ​ຫວ່າງ​ຈີນ-ມາ​ເລ​ເຊຍ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່,ຜະ​ເຊີນ​ໜ້າ​​ທັງໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ.
 

ເຖິງວ່າຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ກໍ່​ຕາມ,ແຕ່​ການ​ຊຸກ​ຍູ້ການ​ຮ່ວມ​ມື​ຕົວຈິງ​​ລະ​ຫວ່າງ​ສອງ​ປະ​ເທດມີໂອ​ກາດ​ຫຼາຍກວ່າ​ເກົ່າ. ຈີນ​ເປັນ​ຄູ່​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ມາ​ເລ​ເຊຍໃນ​ 9 ປີ​ລຽນ​ຕິດ ແລະ​ຈີນ​ຍັງ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ສິນ​ຄ້າໃຫຍ່​ອັນ​ດັບ​ໜຶ່ງ​ຈາກ​ມາ​ເລ​ເຊຍ​ຢູ່​ເຂດ​ອາ​ຊຽນ. ຈີນ​ໄດ້​ເປັນ​ປະ​ເທດ​​ລົງທຶນ​ທີ່​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຂະ​ແໜງ​ການ​ຜະ​ລິດ​ຂອງ​ມາ​ເລ​ເຊຍ​ 2 ປີ​ລຽນ​ຕິດ,ໄດ້​ລົງ​ທຶນ​ໃນ 380 ກວ່າ​ໂຄງ​ການ​ຢູ່​ມາ​ເລ​ເຊຍຊຶ່ງ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ 6 ໝື່ນກວ່າ​ຕຳ​ແໜ່ງ​ໃຫ້​ແກ່​ປະ​ຊາ​ຊົນ​ມາ​ເລ​ເຊຍ.ນອກ​ນີ້,ຈີນຍັງ​ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ​ໜຶ່ງໄປ​ທ່ຽວ​ມາ​ເລ​ເຊຍ​ 6 ປີ​ລຽນ​ຕິດ.
 

ການ​ຮ່ວມ​ມື​ຕົວ​ຈິງ​ພາຍ​ໃຕ້​ຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ໄດ້​ກາຍ​ເປັນ​ຊ່ອງ​ທາງໃໝ່​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ມາ​ເລ​ເຊຍໂດຍ​ບໍ່​ຕ້ອງ​ສົງ​ໄສ. ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ຜູ້​ນຳ​ຂອງ​ສອງ​ປະ​ເທດ,ທັງ​ສອງ​ຝ່າຍ​ຈະ​ສາ​ມາດ​ສ້າງ​ຈຸດ​​ພົ້ນ​ເດັ່ນແຫ່​ງ​ການ​ຮ່ວມ​ມື​​ອັນໃໝ່​ຢ່າງ​ແນ່ນອນ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກແລະຕໍ່​ເນື່ອງ,ເປີດກວ້າງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

 

ຄຳ​ເຫັນ

0