吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫຼີ​ເຄິ້ສຽງ​​ໃຫ້​ສຳພາດນັກ​ຂ່າວ​ຮ່ວມ​ກັບ​ນາຍົກລັດຖະມົນຕີມາ​ເລ​ເຊຍ

2018-08-21 15:52:04 CRI

ຕອນ​​ເຊົ້າວັນ​ທີ 2​0 ສິງຫາ​ນີ້, ທ່ານ​ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ມາ​ຮາ​ເທຍ ປິນ ​ໂມ​ຮາມ​ມັດ ນາຍົກລັດຖະມົນຕີມາ​ເລ​ເຊຍ​ຢູ່ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ ​ແລະ​ໄດ້​ໃຫ້​ສຳພາດ​ນັກ​ຂ່າວ​ຮ່ວມ​ກັນ.

ທ່ານ​ຫຼີ​ເຄິ້ສຽງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຄ​ວາ​ມສຳຄັນ​ຂອງ​ສາຍ​ພົວພັນ​ຈີນ-ມາ​ເລ​ເຊຍ​ໄດ້​ລື່ນ​ກາຍ​ຂອບ​ສອງ​ຝ່າຍ. ຕໍ່ໜ້າ​ສະຖານະການ​ສາກົນ​ໃນ​ປັດ​ຈຸ​ບັນ​ນີ້, ສອງ​ຝ່າຍ​ເຫັນ​ເປັນ​ເອກະ​ພາບ​ກັນ​ຮັກສາ​ການ​ຄ້າ​ເສລີ​ຮ່ວມ​ກັນ, ຄັດ​ຄ້ານ​ລັດທິປົກ​ປ້ອງ​ການ​ຄ້າ ​ແລະ​ຊຸກຍູ້ຂະ​ບວນການ​ໂລກາພິວັດດ້ານ​ເສດຖະກິດ​ໃຫ້​ພັດ​ທະນາຢ່າງບໍ່​ຢຸດ​ຢັ້ງ ​ແລະ​ປອດ​ໃສ. ສອງ​ຝ່າຍສຸມ​ໃ​ສຊຸກ​ຊູ້​ການສ້າງ​ປະຊາ​ຄົມ​ອາຊີຕາ​ເວັນ​ອອກ, ສະໜັບສະໜູນ​ຖານະ​ການ​ເປັ​ນ​ໃຈກາງຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ຮ່ວມ​ກັນ​ສົ່ງ​ສັນຍານ​ດ້ານ​ບວກ​​ໃຫ້​ພາກ​ພື້ນ ​ແລະ​ໂລກ​ເຫັນ​ວ່າ​ຈີນ ​ແລະ​ມາ​ເລ​ເຊຍ​ສືບ​ຕໍ່​ຮັກສາ​ຈິດ​ໃຈ​ມິດຕະພາບຢ່າງຍາວ​ນານ, ປົກ​ປັກ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ທ່ານ​ມາ​ຮາ​​ເທຍກ່າວ​ວ່າ: ຈີນ​ເປັນ​ຄູ່ຮ່ວມ​ສຳຄັນ​ຂອງ​ມາ​ເລ​ເຊຍ, ສາຍ​ພົວພັນ​ມາ​ເລ​ເຊຍ-ຈີນ ​ແລະ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດນຳ​ກັນ. ຈີນ​ພັດທະນາ​ຢ່າງວ່ອງ​ໄວ​ໃນ​ດ້ານ​ການ​ປະດິດ​ສ້າງ, ມາ​ເລ​ເຊຍ​ຫວັງ​ວ່າ​ຈະສາມາດຖອດ​ຖອນ​ບົດ​ຮຽນ​ນຳ​ຈີນ, ຍົກ​ສູງລະດັບການ​ຮ່ວມ​ມືດ້ານ​ການ​ຄ້າ​ເອ​ເລັກ​ໂຕຣນິກ ​ແລະ​ການ​ປະດິດ​ສ້າງ​ໃໝ່ລະຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0