黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນ ຮ່ວມເປີດໂຄງການເຄື່ອນໄຫວແສງສະຫວ່າງ ຂອງແຂວງຢຸນນານ ສປ ຈີນ ທີ່ນະຄອນຫຼວງວຽງຈັນ.

2018-08-21 17:15:17 cri

图片默认标题_fororder_玛霍索医院副院长端道•苏阿伦女士(左)代表院方接受了捐赠

    ໃນຕອນເຊົ້າວັນທີ 21 ສິງຫາ 2018 ນີ້, ໂຮງໝໍມະໂຫສົດ ຮ່ວມກັບ ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ໄດ້ຈັດໂຄງການເຄື່ອນໄຫວແສງສະຫວ່າງຂອງແຂວງຢຸນນານ ສປ ຈີນ ຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບົວຂັນ ພະຄຸນທອງ ຄະນະກົມປິ່ນປົວ ກະຊວງສາທາລະນະສຸກ, ທ່ານນາງ ດວງດາວ ສຸກອາລຸນ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ, ທ່ານ ຫວັງ ສີຮຸ້ຍ ທູດເສດຖະກິດການຄ້າ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຢາວປິ່ນ ປະທານສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະຄົນເຈັບເຂົ້າຮ່ວມຢ່າງຫຼວງຫຼາຍ.

  ໂອກາດນີ້ທ່ານນາງ ດວງດາວ ສຸກອາລຸນ ໄດ້ກ່າວວ່າ: ມູນນິທິແລກປ່ຽນມິດຕະພາບໄມຕິຈິດສາກົນ ຂອງແຂວງຢູນນານ ໄດ້ເຂົ້າມາຊ່ວຍເຫຼືອພະຍາດແກ່ນຕາຂຸ້ນ ໃຫ້ແກ່ພໍ່ແມ່ປະຊາຊົນລາວບັນດາເຜົ່າໂດຍບໍ່ໄດ້ເສຍຄ່າປິ່ນປົວໃດໆ ເປັນຈຳນວນ 100 ຄົນ ໂດຍສະເພາະແມ່ນຄົນເຈັບທີ່ມາຈາກນະຄອນຫຼວງວຽງຈັນ. ການຊ່ວຍເຫຼືອຂອງມູນນິທິຄັ້ງນີ້,​ ນອກຈາກຊ່ວຍເຫຼືອດ້ານອຸປະກອນ ແລະຢາປິ່ນປົວແລ້ວ ຍັງໄດ້ສົ່ງທີມແພດຊ່ຽວຊານຕາ ຈາກ ສປ ຈີນ ມາຮ່ວມໃນການຜ່າຕັດຕາຄັ້ງນີ້ອີກດ້ວຍ.

图片默认标题_fororder_中老两国嘉宾与医务人员合影

    ທ່ານ ຫວັງ ສີຮຸ້ຍ ກ່າວວ່າ: ນັບແຕ່ປີ 2013 ເປັນຕົ້ນມາ ຫ້ອງການພົວພັນຕ່າງປະເທດແຂວງຢູນນານ, ​ສະມາຄົມມິດຕະພາບແຂວງຢູນນານ, ມູນນິທິແລກປ່ຽນສາກົນປະຊາຊົນແຂວງຢູນນານ ແມ່ນໄດ້ຈັດຕັ້ງທີມງານການແພດເດີນທາງມານະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງຫຼາຍຄັ້ງ ເພື່ອປະຕິບັດໂຄງການຜ່າຕັດພະຍາດແກ່ນຕາຂຸ້ນຂອງກິດຈະກຳແສງສະຫວ່າງ. ກິດຈະກຳເທື່ອນີ້, ທີມແພດຈະໄດ້ຜ່າຕັດຜູ້ທີ່ເປັນພະຍາດແກ່ນຕາຂຸ້ນ 600 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ແລະນະຄອນຫຼວງຢາງກຸ້ງ ປະເທດມຽນມາ ເຊິ່ງກິດຈະກໍາດັ່ງກ່າວໄດ້ນໍາເອົາແສງສະຫວ່າງມາສູ່ຄົນເຈັບຂອງລາວ; ພວກເຮົາເຊື່ອວ່າ ການພັດທະນາທີ່ບໍ່ຢຸດຢັ້ງດ້ານສາຍພົວພັນລະຫວ່າງສອງປະເທດ ແລະການພົວພັນທາງດ້ານສາທາລະນະສຸກລະຫວ່າງລາວ-ຈີນ ຈະກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ.

   ໃນໂອກາດດຽວກັນທ່ານ ບົວຂັນ ພະຄຸນທອງ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສປ ຈີນ ແລະ ມູນນິທິແລກປ່ຽນມິດຕະພາບໄມຕີຈິດສາກົນແຂວງຢຸນນານ ພ້ອມດ້ວຍທີມງານແພດຜ່າຕັດ ທີ່ໃຫ້ການຊ່ວຍເຫຼື່ອໃນຄັ້ງນີ້  ແລະຫວັງວ່າມູນນິທິຍັງຈະສືບຕໍ່ຮ່ວມມື ແລະໃຫ້ການຊ່ວຍເຫຼື່ອໂຮງໝໍມະໂຫສົດຕໍ່ໄປເລື່ອຍໆ.

    ກິດຈະກໍາໂຄງການເຄືອນໄຫວແສງສະຫວ່າງຄັ້ງນີ້ ຈະດໍາເນີນໄປຕັ້ງແຕ່ວັນທີ 21 – 25 ສິງຫາ 2018 ຢູ່ທີ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ.

ຄຳ​ເຫັນ

0