吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງຈະ​ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາປີ 2018

2018-08-21 15:53:12 cri

ວັນ​ທີ 20 ສິງຫາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງປັກ​ກິ່ງ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 4 ກັນຍາໜ້າ​ນີ້ ພາຍ​ໃຕ້​ຫົວ​ຂໍ້ “ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຮ່ວມ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຟຣິກາ​ຢ່າງ​ແໜ້ນ​​ແຟ້ນຍິ່ງໆຂຶ້ນ". ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​​ເປັນ​ປະທານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ແລະ​ກິດຈະກຳ​ທີ່​ກ່ຽວຂ້ອງ. ຜູ້ນຳ​ອາ​ຟຣິກາ​ຈະ​​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ​ເທື່ອ​ນີ້ຕາມ​ຄຳ​ເຊື້ອ​​ເ​ຊີນ ​ແລະ​ຜູ້​ຕ່າງ​ໜ້າ​ຈາກ​ອົງການຈັດ​ຕັ້ງ​ພາກ​ພື້ນ​ອາ​ຟຣິກາ ​ແລະ​ອົງ​ກາຈັດ​ຕັ້ງສາ​ກົນ​ຈະ​ເຂົ້າຮ່ວມ​ກິດຈະກຳ​ທີ່​ກ່ຽວຂ້ອງຂອງ​ກອງ​ປະຊຸມ​ສຸດ​ຍອດ.

ຄຳ​ເຫັນ

0