蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ໂທ​ລະ​ເລກ​ເສົ້າ​ສະຫຼົດ​ໃຈ​ເຖິງ ສ​ປ​ຊ ​ກ່ຽວ​ກັບ​ທ່ານ​ໂກ​ຟີ ອັນ​ນານ ມໍ​ລະ​ນະ​ກຳ

2018-08-21 10:43:27 CRI

ວັນ​ທີ 20 ສິງ​ຫາ​ນີ້, ທ່າ​ນ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ​ກ່ຽວ​ກັບ​ທ່ານ​ໂກ​ຟີ ອັນນານ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ​ມໍ​ລະ​ນະ​ກຳ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ເຊິ້ງ​ຕໍ່​ທ່ານ​ໂກ​ຟີ ອັນ​ນານ​ມໍ​ລະ​ນະ​ກຳ ແລະ ສະ​ແດງ​ຄວາມ​​ເຫັນ​ໃຈ​ຢ່າ​ງ​ຈິງ​ໃຈ​ໄປ​ຍັງ​ຄອບ​ຄົວ​ທ່ານ​ອັນ​ນານ ແລະ ອົງ​ການ ສ​ປ​ຊ.

​ເນື້ອ​ໃນ​ຂອງໂທ​ລະ​ເລກ​ຂຽນ​ວ່າ, ທ່ານ​ໂກ​ຟີ ອັນ​ນານ​ເປັນ​ເພື່ອນ​ເກົ່າ​ຂອງ​ປະ​ຊາ​ຊົນ​ຈີນ, ໃນ​ໄລ​ຍະ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ອົງ​ການ ສ​ປ​ຊ, ການ​​ຮ່ວມ​ມືລະ​ຫວ່າງ​ຈີນ​ແລະ​ອົງ​ການ ສ​ປ​ຊ ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຢ່າງ​ຮອບ​ດ້ານ. ທ່ານ​ອັນ​ນານ​ເປັນ​ນັກ​ການ​ເຄື່ອນ​ໄຫວ​ສາ​ກົນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ, ໄດ້​ຕັ້ງ​ໜ້າ​ສົ່ງ​ເສີມ​ລັດ​ທິຫຼາຍ​ຝ່າຍ​ມາ​ໂດຍ​ຕະຫຼອດ, ຊຸກ​ຍູ້​ການເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ອົງ​ການ ສ​ປ​ຊ ແລະ​ ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໂດດ​ເດັ່ນ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ທີ່​ໂລກ​ປັດ​ຈຸ​ບັນ​ມີ​ຄວາມ​ບໍ່​ໝັ້ນ​ທ່ຽງ ແລະ ປັດ​ໄຈ​ບໍ່​ແນ່ນອນຫຼາ​ຍ​ຂຶ້ນ, ລັດ​ທິຫຼາຍ​ຝ່າຍ​ທີ່​ທ່ານ​ອັນ​ນານ​ສົ່ງ​ເສີມ​ນັ້ນ​ມີ​ຄວາມໝາຍ​ຕົວ​ຈິງ​ເປັນ​ພິ​ເສດ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຍ່ອມ​ຈະ​ລຳ​ນຶກ​ເຖິງຄວາມ​ພະ​ຍາ​ຍາມ​ແລະ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ.

ຄຳ​ເຫັນ

0