覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບ້ານ​ເຊ້ຍ​ໜານ​ຊ່ານ​ເມືອງ​ລີ້​ສຸຍ ແຂວງ​ເຈີ້​ຈ່ຽງ ອະ​ນຸ​ລັກ​ຮັກ​ສາ​ບ້ານ​ເກົ່າ​ແກ່​ເໝືອນ​ເດີມ

2018-08-24 15:58:57 cri

  ຈຳ​ນວນ​ບ້ານ​ບູ​ຮານ​ຂອງ​ຈີນ​ໄດ້​ສູນ​ຫາຍ​ໄປຫຼາຍ​ແສນ​ບ້ານ​ໃນ​ລະ​ຫວ່າງ ປີ2000 ຫາ2010 ເທົ່າ​ກັບ​ວ່າ ແຕ່​ລະ​ມື້​ມີ​ເກືອບ 300 ບ້ານ​ທຳ​ມະ​ຊາດ​ສູນ​ຫາຍ​ໄປ. ບ້ານ​ເກົ່າ​ແກ່​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເປັນ​ບ້ານ​ເກີດ​ທີ່​ຄົນ​ທັງຫຼາຍ​​ມີຄວາມ​ອາ​ໄລ​ອາ​ວອນ​​ຫາຢ່າງ​ເລິກ​ເຊິ່ງ​ເທົ່າ​ນັ້ນ, ຍັງ​ເປັນ​ອະ​ນຸ​ສອນຄວາມ​ຊົງ​ຈຳ​ຂອງ​ເຊື້ອ​ຊາດ​ແລະ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ. ​ສະນັ້ນ, ການ​ທີ່​ເຮັດ​ແນວ​ໃດ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ແລະ​ພັດ​ທະ​ນາ​ບ້ານ​ດັ້ງ​ເດີມ​ໃຫ້​ຈະ​ເລີນ​ໃນ​ຂະ​ນະ​ທີ່​ ເສດ​ຖະ​ກິດ​​ພວມ​ພັດ​ທະ​ນາ​ໄວນັ້ນ​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ຕ້ອງ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ​ໃນ​ຍຸກ​ປັດ​ຈຸ​ບັນ. ບ້ານ​ເຊ້ຍ​ນານ​ຊ່ານຕາ​ແສງ​ປີ້​ຫູ​ເມືອງ​ລີ້​ສຸຍ ແຂວງ​ເຈີ້​ຈ່ຽງ​ຖື​ວ່າ​ເປັນ​ຕົວ​ຢ່າງ​​ຄວາມສຳ​ເລັດ​ ໃນ​ການ​ພັດ​ທະ​ນາ​ບ້ານ​ ອະ​ນຸ​ລັກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຄຳ​ເຫັນ

0