尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັບ​ແຕ່​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ ເສດ​ຖະ​ກິດ​ຈີນໄດ້​ເພີ່ມ​ຂຶ້ນ 9,5% ຕໍ່​ປີ

2018-08-28 15:51:47 cri

ວັນ​ທີ 27 ສິງ​ຫາ​ນີ້,ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ປີ 1978 ຫາ​ປີ 2017, ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ 33,5 ເທົ່າ​ໂດຍ​ຄິດ​ໄລ່​ຕາມ​ລາ​ຄາ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ,ເພີ່ມ​ຂຶ້ນ 9,5% ໂດຍສະ​ເລ່ຍ​ຕໍ່​ປີ,ເພີ່ມ​ຂຶ້ນ 1 ເທົ່າ​ສະ​ເລ່ຍ​ຕໍ່ 8 ປີ, ສູງກວ່າ​ຄວາມ​ໄວ​​ການ​ເຕີບ​ໂ​ຕ​ໂດຍ​ສະ​ເລ່ຍ​ຕໍ່​ປີຂອງ​ເສດ​ຖະ​ກິດ​ໂລກ​ໃນ​ໄລ​ຍະ​ດຽວ​ກັນທີ່​ບັນ​ລຸ​ປະ​ມານ 2,9% ເທົ່າ​ນັ້ນ,ໄດ້​ຢືນ​​ຢູ່​ແຖວ​ໜ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ໂລກ. GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຈີນ​ໄດ້​​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ ເຊິ່ງ​ຈາກ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະ​ດັບ​ຕ່ຳ​ກາຍ​ເປັນ​​ປະ​ເທດ​ທີ່​ມີ​ລາຍ​ຮັບ​ລະ​ດັບ​ປານ​ກາງ​ແລະ​ສູງຢ່າງ​ສຳ​ເລັດ​ຜົນ.
 

ປີ 2017, GDP ​ຂອງ​ຈີນ​ລວມ​ມີ 12.300 ຕື້ໂດ​ລາ​ສະ​ຫະ​ລັດ,ກວມ​ປະ​ມານ 15% ຂອງຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ໂລກ,ເພີ່ມ​ຂຶ້ນປະ​ມານ 13% ເມື່ອ​ທຽບ​ກັບ​ປີ 1978. ໃນ​ຊຸມ​ປີ​ຜ່ານ​ມາ, ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງ​ຈີນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຫຼາຍກວ່າ 30%, ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ພະ​ລັງ​ແຮງ​ແລະ​ເສົາ​ຄ້ຳແຫ່ງ​ຄວາມ​ໝັ້ນ​ທ່ຽງໃນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0