覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ສຳ​ຄັນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກໃນ4ເດືອນ​ທ້າຍ​ປີ

2018-08-29 15:58:42 cri

ວັນ​ທີ 28 ສິງ​ຫາ​ນີ້, ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ຄະ​ນະ​ລັດ​ຖະ​ບານຈີນ,  ທ່ານ​ເຫີ​ລີ້​ເຟີ່ງ  ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ​ແຕ່​ຕົ້ນ​ປີ​ນີ້​ມາ​ຕໍ່ກອງ​ປະ​ຊຸມ​ເທື່ອ​ທີ 5 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13.
 

ບົດ​ລາຍ​ງານ​ລະ​ບຸ​ວ່າ: ໃນ 6 ເດືອນ​ທ້າຍ​ປີ​ນີ້, ຈະ​​ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 8 ດ້ານ​ໃຫ້​ດີ​ຄື: ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຮັກ​ສາທ່ວງ​ທ່າ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປ​ອດ​ໃສ; ເປີດກວ້າງ​​ການ​ບໍ​ລິ​ໂພກພາຍ​ໃນ​ໃຫ້ມີ​ປະ​ສິດ​ທິ​ຜົນ​, ຖື​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ອ່ອນ​ໃຫ້​ເປັນໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ລົງ​ເລິກ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ດ້ານ​ການ​ສະ​ໜອງ​ໃນ​ປັດ​ຈຸ​ບັນ; ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ 3 ດ້ານ​ຄື ປ້ອງ​ກັນ​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ຕົ້ນ​ຕໍ,ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ,ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດໃຫ້​ມີ​ປະ​ສິດ​ທິ​ຜົນ​ຕົວ​ຈິງ​ ເພີ່ມ​ພະ​ລັງ​ແຮງ​ໃນ​ການ​ປະ​ຕິ​ຮູບ​ຂົງ​ເຂດ​ຈຸດ​ສຸມ​ແລະ​ຈຸດ​ຫຍຸ້ງ​ຍາກ, ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ສຳ​ຄັນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ຊຸກ​ຍູ້​ໃຫ້​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​​ໄດ້​ມີ​ການພັດ​ທະ​ນາ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ອັນ​ໃໝ່, ປະ​ຕິ​ບັດ​ວຽກ​ງານ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ເຮັດ​ໃຫ້​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ດີ.
 

ໃນ 6 ເດືອນ​ທ້າຍ​ປີ​ນີ້, ຈີນ​ຈະ​ເລັ່ງ​ລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ສຳ​ຄັນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້​ຂະ​ຫຍາ​ຍ​ຕົວ​ ​ທັງ​ລວງເລິກ​ແລະ​ລວງກວ້າງ,ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ສາ​ມາດ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ໃຫ້ຫຼາຍກວ່າ​ເກົ່າ​.

ຄຳ​ເຫັນ

0