吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເຈລະຈາ​ກັບ​ປະທານາທິບໍດີ​ເອຢິບ

2018-09-02 17:44:44 cri

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຈລະຈາ​ກັບ​ທ່ານອັບ​​ເດວ ຟັດ​ຕັດ ອັນ​ເຊ​ຊີ ປະທານາທິບໍດີ​ເອຢິບ​ຢູ່​ຫໍ​ສະພາ​ປະຊາຊົນ​​ທີ່​ນະຄອນຫຼວງ​ປັກ​ກິ່ງໃນວັນ​ທີ 1 ກັນຍາ​ນີ້.

ທ່ານ​ສີ​ຈິ້ນ​ຜິ​ງກ່າ​ວວ່າ: ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່ກາ​ນພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານກັບ​ເອຢິບ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງ​ກັນ ​ແລະ​ກັນ​​ໃນ​ບັນຫາ​ທີ່​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ໃຈກາງຂອງ​ສອງ​ປະ​ເທດ, ​ແລກປ່ຽນ​ຄຳ​ຄິດ​ເຫັນ​ດ້ານ​ສາຍ​ພົວພັນ​ສອງ​ຝ່າຍ ​ແລະ​ບັນຫາ​ທີ່​ໃຫ້​ຄວາມ​ສົນ​ໃຈຮ່ວມ​ກັນ, ຖອດ​ຖອນ​ບົດຮຽນ​ດ້ານ​ການປົກຄອງ​ປະ​ເທດ​ເຊິ່ງກັນ ​ແລະ​ກັນ, ​ດຳ​ເນີນການ​ໄປມາຫາສູ່​ກັນ​ລະຫວ່າງລະຫວ່າ​ງຂັ້ນ​ຕ່າງ​ໆ ​ແລະ​ຂົງ​ເຂດ​ຕ່າງໆ​ຢ່າງແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

ຈີນຖື​ເອຢິບ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ​ຍາວ​ນານ​​ໃນ​ການ​ກໍ່ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແລະ​ຍິນ​ດີ​ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ເອຢິບ ຄື: ວິ​ໄສ​ທັດ​ຮອດ​ປີ 2030, ການ​ພັດທະນາ​ແລວ​ທາງ​ຄອງ​ນ້ຳຊູ​ອິດ ​ແລະ​ອື່ນໆ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ປະສານ​ງານ​ຕ້ານ​ການກໍ່​ການ​ຮ້າຍ. ຈີນ ​ແລະ​ເອຢິບລ້ວນ​ແຕ່​ເປັນ​ປະ​ເທດ​ສີວິ​ໄລ​ເກົ່າ​ແກ່, ຄວນ​ຊຸກຍູ້​ການ​ເຈລະຈາ ​ແລະ​ແລກປ່ຽນ​ລະຫວ່າງ​ສີວິ​ໄລ​ມທີ່​ຕ່າງ​ກັນ.

ທ່ານ​ເຊ​ຊິ​ກ່າວ​ວ່າ: ​ເອຢິບ​ຖື​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​​ເອຢິບ-ຈີນ​ຢູ່​ຖານະ​ບຸ​ລິ​ມະ​ສິດ. ​ເອຢິບ​ເປັນໜຶ່ງ​ໃນ​ປະ​ເທດ​ທີ່​ສະໜັບສະໜູນ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກ່ອນໝູ່ ​ແລະ​ເຊື່ອ​ໝັ້ນ​ວ່າ​ຂໍ້​ລິ​​ເລີ່​ມ “ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ” ຈະ​ສ້າງ​ໂອກາດ​ໃຫຍ່​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ​ເອຢິບ-ຈີນ ​ແລະ​ການ​ຮ່ວມ​ມື​ໃນ​ສາກົນ ​ແລະ​ພາກ​ພື້ນ. ​ໃນ​ຖານະ​ເປັນ​ປະ​ເທດປະທານ​ໝູນວຽນ​ຄັ້ງ​ໜ້າ​ຂອງ​ສະຫະພາບອາ​ຟຣິກາ, ​ເອຢິບ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຟຣິກາ ​ແລະ​ຈີນ. ສິ່ງ​ທີ່​ຕ້ອງການ​ທີ່​ສຸດຂອງ​ບັນດາ​ປະ​ເທດ​ອາ​ຟຣິກາ​ແມ່ນ​ການ​ພັດທະນາ. ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກ​ໄດ້​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງ​ຂອງ​ຈີນ​ຕໍ່​ການ​ພັດທະນາ​ຂອງ​ອາ​ຟຣິກາ. ​ເອຢິບ​ສະໜັບສະໜູນ​ຈີນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ໃຫ້ປະສົບ​ຜົນສຳ​ເລັດ.

 

图片默认标题_fororder_埃及2

 

ຄຳ​ເຫັນ

0